ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sophos ຟຼິ Antivirus ສຳຫລັບເຄື່ອງ Mac ທຸກລຸ້ນ

FREE WARE

ໃນວົງການຄົນໃຊ້ Mac ສ່ວນຫລາຍມັກຈະໄດ້ຍິນວ່າ Mac ບໍ່ມີໄວຣັສ ແຕ່ປະຈຸບັນຍ້ອນມີຄວາມນິຍົມ ໃນການໃຊ້ Mac ຫລາຍຂຶ້ນ ຈຶ່ງເຮັດໃຫ້ບັນດາ Hacker ຫລື ນັກສ້າງໄວຣັສຕ່າງໆ ເລີ່ມສົນໃຈແລ້ວຫັນມາສ້າງ ໄວຣັສ ສຳຫລັບ Mac ຫລາຍຂຶ້ນ (ບໍ່ຮູ້ມັນສິສ້າງມາເຮັດຫຍັງ). ເຊິງກ່ອນຫນ້ານີ້ກໍ່ມີບໍລິສັດພັດທະນາ Antivirus ຫລາຍເຈົ້າພັດທະນາ Antivirus ສຳຫລັບ Mac ແຕ່ກໍ່ຍັງເປັນ ໂປຼແກຼມເສຍເງິນ. ແຕ່ມື້ນີ້ ທາງເວັບເຮົາມີ Antivirus ທີ່ຟຼີໆ ເຕັມຮູບແບບ ມາໃຫ້ຄົນທີ່ໃຊ້ Mac ໄດ້ໂຫລດ ເອົາໄວ້ໄປປ້ອງກັນໄວຣັສ ເຊິ່ງມັນມີຊື່ວ່າ Sophos.

ຄວາມສາມາດຂອງ Sophos Antivirus ສຳຫລັບ Mac  ນີ້ ຕົ້ນໆກໍ່ຈະແມ່ນ ສາມາດກວດຈັບ ແລະ ປ້ອງກັນໄວຣັສຕ່າງໆເຊັ່ນ: Trojans, worm ເປັນຕົ້ນ. ນອກຈາກນີ້ ຄຸນລັກສະນະເດັ່ນອື່ນໆ ກໍ່ຄື ຕິດຕັ້ງງ່າຍ, ປ້ອງກັນໄດ້ເຕັມປະສິດທິພາບ, ບໍ່ເຮັດໃຫ້ເຄື່ອງ Mac ຂອງທ່ານຊ້າລົງ, ໃຊ້ໄດ້ກັບ Mac ທຸກລຸ້ນເຊັ່ນ: iMac, MacBook, MacBook Pro ແລະ MacBook Air ໂຕໃຫມ່ອີກດ້ວຍ.

ຫາກທ່ານໃດທີ່ໃຊ້ Mac ຢູ່ແລ້ວກຳລັງຊອກຫາ Anti virus ດີໆໄວ້ເພຶ່ອປ້ອງກັນ Mac ຂອງທ່ານສາມາດເຂົ້າໄປດາວນ໌ໂຫລດ ໄດ້ທີ່: http://www.sophos.com/products/free-tools/free-mac-anti-virus/download/

ລອງອ່ານກ່ຽວກັບ  ມາແລ້ວ iMac ລຸ້ນປັບປຸງໃຫມ່, ແຮງກວ່າເກົ່າ ແລະ ມາກັບກ້ອງສຳລັບ Facetime

Souliyo

Co-Founder and CTO of BIZGITAL and LOCA

Comments
  1. hacker ທີ່ສ້າງ virus ກໍເພາະຢາກ ຂາຍ Anti-virus ຂອງເຂົາຫັ້ນລະ (ເຫດຜົນອັນດັບ 1)

Leave a Reply to ຄາວີ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.