ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເຜີຍ Galaxy Tab ຂາຍໄດ້ 6 ແສນເຄື່ອງແລ້ວ

ຂ່າວໄອທີ, ແທັບເລັດ

ລາຍງານຂ່າວລ່າສຸດ ທາງ Samsung ໄດ້ອອກມາເປີດເຜີຍຍອດຂາຍຂອງ Galaxy Tab ແທັບເລັດ ທີ່ໃຊ້ລະບົບປະຕິບັດການ Android ວ່າຕອນນີ້ຂາຍໄປແລ້ວທັງຫມົດ 6 ແສນເຄື່ອງທົວໂລກ. ເຊິງທາງ Samsung​ ຄາດວ່າຍອດຂາຍຈະພຸງໄປຮອດລ້ານ ພາຍໃນປີນີ້ ຫລື ປະມານອີກເດືອນປາຍເທົານັ້ນ ເຊິງມັນກໍ່ຫນ້າຈະເປັນໄປໄດ້ເຊັນດຽວກັນ.

ເຊິ່ງໃນຕອນນີ້ ໃນເກົາຫລີກໍ່ຂາຍໄປໄດ້ເຖິງ 3 ຫມື່ນເຄືອງແລ້ວ ເຊິງຫາກໍ່ວາງຂາຍໄປໃນວັນທີ 14ພະຈິກທີ່ຜ່ານມານີ້ເທົ່ານັ້ນ, ສ່ວນ iPad ຕອນນີ້ມີຍອດຂາຍ 7.5 ລ້ານເຄືອງໄປແລ້ວ ນັບຕັ່ງແຕ່ເມສາເປັນຕົ້ນມາ ເຖິງຢ່າງໃດກໍ່ຕາມຍອດຂາຍຖືວ່າຍັງຖິ້ມຫ່າງກັນຫລາຍ ແຕ່ວ່າ Galaxy Tab ກໍ່ໄດ້ການຕອບຮັບທີ່ດີພໍສົມຄວນ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ອອກມາແລ້ວ ຂໍ້ຕົກລົງວ່າດ້ວຍສະຖານີສາກລົດໄຟຟ້າ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.