ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RockMelt ບຼາວ​ເຊີລ໌ ສຳຫລັບ Social network ໂດຍສະເພາະ

social media, ຂ່າວໄອທີ

ຫລາຍຄົນຄົງຈະເຄີຍໃຊ້ ບຼາວ​ເຊີລ໌ ຕ່າງໆໃນການທ່ອງໂລກອິນເຕີເນັດ, ໃຊ້ງານເວັບ Social network ແລະອື່ນໆ ໄປດ້ວຍກັນ ໂດຍໃຊ້ງານບຼາວ​ເຊີລ໌ ຫລາຍຢ່າງແຕກຕ່າງກັນໄປ ແຕ່ປະຈຸບັນກຳລັງມີບຼາວ​ເຊີລ໌ທີ່ຕົກເປັນຂ່າວຕອນນີ້ ທີ່ເປັນຈັບຕາ ແລະຫນ້າສົນໃຈ ຫລາຍຂອງຊາວອິນເຕີເນັດ ຈະເປັນຫຍັງນັ້ນມາເບິງກັນ.

ຂ່າວກ່ຽວກັບບຼາວ​ເຊີລ໌ທີ່ເປັນກະແສຮ້ອນແຮງຕອນນີ້ ຄົງຈະເປັນໃຜບໍ່ໄດ້ນອກຈາກ RockMelt ເຊິ່ງ RockMelt ນີ້ຖືກພັດທະນາຂຶ້ນ ໂດຍທີມ ທີ່ພັດທະນາ Netscape ເພຶ່ອເອົາໃຈນັກຫລິ້ນ Social Network ໂດຍສະເພາະ ເຊິ່ງມັນສາມາດເຊື່ອມຕໍ່ກັບ ບໍລິການ Social Network ໄດ້ແບບຄົບເຄື່ອງ. RockMelt ນີ້ ສ້າງຂຶ້ນໂດຍໃຊ້ Chromium ໂດຍເພີ່ມການເຊື່ອມຕໍ່ກັບ Social Network ໃສ່ໃນແທບ Side Bar ທັງຂ້າງ (ເບິງລາຍລະອຽດເພີ່ມເຕີມຈາກວິດີໂອ ທ້າຍຂ່າວ). ທີ່ສຳຄັນຍັງມີຂ່າວຊຸບຊິບອີກວ່າ Facebook ອາດຈະຊື້  RockMelt ນີ້ເພຶ່ອສູ້ກັບ Chrome ຂອງ Google.

ເຊິງຕອນນີ້ຍັງມີການຈຳກັດການດາວນ໌ໂຫລດໃນວົງແຄບ ຍັງບໍ່ໄດ້ປ່ອຍໃຫ້ດາວນ໌ໂຫລດຢ່າງເປັນທາງການ ຫາກມີຄວາມຄືບຫນ້າ ຫລືວ່າ ມີການປ່ອຍໃຫ້ດາວນ໌ໂຫລດຢ່າງເປັນທາງການມື້ໃດ ເຮົາຈະຮີບນຳມາໃຫ້ດາວນ໌ໂຫລດໄປໃຫ້ທົດລອງໃຊ້ກັນ ຕອນເຮົາກໍ່ຖ້າ invite ເພຶ່ອດາວນ໌ໂຫລດຄືກັນ ເອົາເປັນວ່າຫາກໃຜສົນໃຈຢາກໄປຂໍ invite ເພຶ່ອດາວນ໌ໂຫລດກໍ່ເຂົ້າໄປທີ່ http://www.rockmelt.com ຫລັງຈາກນັ້ນກໍ່ຄິກ Connect with facebook ແລ້ວກໍ່ລໍຖ້າຮັບລິ້ງເພຶ່ອດາວນ໌ໂຫລດໄດ້ເລີຍ.

ລອງອ່ານກ່ຽວກັບ  Motorola ຈະເປີດໃຫ້ຈອງ ແທັບເລັດ Xoom ລຸ້ນ​ WiFi ຢ່າງດຽວແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.