ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Rim ໂຕ້ກັບ Apple ປຽບທຽບຄວາມໄວ ບຼາວເຊີໃນແທັບເລັດ

Video, ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວລ່າສຸດ Rim ໄດ້ອອກມາໂຕ້ກັບ Apple ໂດຍໂພສວິດີໂອ ການປຽບທຽບຄວາມໄວຂອງ ບຼາວເຊີ ລະຫວ່າງ PlayBook ແລະ iPad ໂດຍຈາກວິດີໂອທີ່ທາງ Rim ໄດ້ສາທິດນີ້ ແມ່ນ PlayBook ໄວກວ່າ iPad ບໍ່ວ່າຈະເປັນການເລັນເດີ່ຄອນເທັ້ນຕ່າງໆ ລວມໄປເຖິງ HTML 5 ແລະ Java script  ຈະເປັນ PlayBook ທີ່ເຮັດວຽກໄດ້ດີລ່ຽນໄຫລດ ກວ່າ iPad. ຢ່າໃດກໍ່ຕາມ PlayBook ຍັງບໍ່ມີກຳນົດວາງຕະຫລາດທີ່ແນ່ຊັດ ແຕ່ບໍ່ແນ່ອາດຈະເປັນໄວໆນີ້ກໍ່ເປັນໄດ້. ແລະຫວັງວ່າຈະເຫັນ Apple ເຮັດວິດີໂອຕອບໂຕ້ກັບ ເມື່ອ Rim ວາງຂາຍ PlayBook.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Sony ພັດທະນາ ຈໍ OLED ລຸ້ນໃຫມ່ມ້ວນໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.