ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Picpick ໂປຼແກຼມແຕ່ງຮູບພາບ, Capture ຫນ້າຈໍ ສາລະພັດລູກຫລິນ

FREE WARE

Picpick ເປັນໂປຼແກຼມ ທີ່ມີລັກສະນະຄ້າຍຄືກັບໂປຼແກຼມ Paint ທີ່ຕິດມາກັບເຄື່ອງ Windows 7 ທຸກຕົວ ແຕ່ວ່າມັນມີຄວາມສາມາດທີ່ເຫນຶອກວ່ານັ້ນອີກເຊັ່ນ: ສາມາດ Capture ຫລືບັນທຶກຫນ້າຈໍແລ້ວອັບໂຫລດໄປຍັງ Facebook, twitter, hosting ໄດ້ຢ່າງວ່ອງໄວແລະສະບາຍ ນອກຈາກນັ້ນມັນຍັງສາມາດ ແກ້ໄຂ, ຕົກແຕ່ງຮູບພາບຕ່າງໆ ຄວາມສາມາດທຽບເທົ່າຫລືເຫນຶອກວ່າ Paint ທີ່ຕິດມາກັບວິນໂດວແນ່ນອນ.

ລູກຫລິ້ນອັນຫນຶ່ງທີ່ເຮົາມັກບໍ່ແພ້ກັນກະຄື Whiteboard ທີ່ເຮັດໃຫ້ເຮົາສາມາດ ຂຽນຫລືແຕ້ມລົງຫນ້າຈໍເຮົາໄດ້ທັນທີ ໂດຍບໍ່ຕ້ອງ ບັນທຶກຫນ້າຈໍກ່ອນ ຫລື ນຳເຂົ້າໄປໂປຼແກຼມໃດໆເລີຍ, ພຽງແຕ່ຄິກທີ່ ເມນູ Whiteboard ເຮົາກໍ່ຈະສາມາດ ຂຽນລົງໄປໄດ້ເລີຍທັນທີ, ລູກຫລິ້ນນີ້ເຫມາະສົມສຳຫລັບການ ເຮັດພີເຊັ້ນຕ່າງໆ ຈະສະດວກ.

ວິທີການນຳໃຊ້ກໍ່ງ່າຍໆ ພຽງແຕ່ດາວນ໌ໂຫລດມາ ແລ້ວກໍ່ທຳການຕິດຕັ້ງລົງໄປໃນເຄື່ອງ ຫລັງຈາກນັ້ນກໍ່ເປີດໂປຼແກຼມຂຶ້ນມາມັນກໍ່ຈະມີ ໄອຄອນ ຢູ່ Taskbar ເວລາຈະໃຊ້ງານກໍ່ພຽງໄປ ຄິກໃສ່ໄອຄອນຂອງໂປຼແກຼມ ແລ້ວກໍ່ເລືອກສິ່ງທີ່ເຮົາຕ້ອງການເຮັດໄດ້ເລີຍ.

PicPick ນີ້ຮອງຮັບ windows ທຸກເວີຊັນ ຄືສິບໍ່ມີໃຜໃຊ້ Windows 97-98 ເນາະ ຢ່າສໍ້ກັນເດີ່ ແຕ່ມັນເຂົ້າກັບ Windows 7 ໄດ້ດີທີ່ສຸດ ຫາກໃຜສົນໃຈຢາກທົດລອງນຳໃຊ້  ກໍ່ສາມາດເຂົ້າໄປດາວນ໌ໂຫລດໄດ້ທີ່ http://www.picpick.org/download

ລອງອ່ານກ່ຽວກັບ  FreeUndelete ໂປຼແກຼມກູ້ໄຟລ໌ໃຊ້ງານງ່າຍ ແລະ ຮອງຮັບຫລາຍປະເພດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.