ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ້າງ ເອັຟເຟັກ ໃຫ້ຮູບເປັນແບບຕ່າງໆ ຟຼີ ໂດຍ photofunia

FREE WARE, iOS Apps

photofunia ເປັນບໍລິການສຳຫລັບ ການແຕ່ງຮູບພາບເອັຟເຟັກ ແລະພາບປະກອບຕ່າງໆແບບອອນໄລນ໌ ໃຊ້ງ່າຍແລະຟຼີອີກດ້ວຍ. ເຊິງໃນນັ້ນມີຮູບແບບຕ່າງໆໃຫ້ເລືອກ ບໍ່ວ່າຈະເປັນແນວໂປສເຕີ, ຫນັງສືພິມ, ປ້າຍໂຄສະນາໃຫຍ່ໆ, ຮູບແຕ້ມ ແລະອື່ນໆອີກ ຫລວງຫລາຍ ໃຫ້ເລືອກໃຊ້ໄດ້ຕາມໃຈ. ນອກນັ້ນ photofunia ຍັງມີ App ສຳຫລັບສະມາດໂຟນອີກດ້ວຍ ຕອນນີ້ຮອງຮັບສອງ OS ຄື:​ iOS (iPhone, iPod touch, iPad) ແລະກໍ່ Android

ສ່ວນວິທີນັ້ນກະແສນງ່າຍ ພຽງ ເຂົ້າໄປທີ່ເວັບໄຊຕ໌ http://photofunia.com ແລ້ວກໍ່ເລືອກ ຮູບແບບ ຫລື ເອັຟເຟັກ ທີ່ທ່ານມັກ ແລ້ວກໍ່ຄິກເຂົ້າໄປ ກໍ່ຈະມີບ່ອນໃຫ້ອັບໂຫລດຮູບຂຶ້ນມາ ກໍ່ກົດທີ່ປຸ່ມ Choose file ແລ້ວກໍ່ໄປເລືອກເອົາຮູບທີ່ເຮົາຕ້ອງການໃສ່.

ພໍກົດເຂົ້າໄປກໍ່ຈະມີກ່ອງອັບໂຫລດຂຶ້ນມາແລ້ວກໍ່ເລືອກ ທີ່ Browse… ແລ້ວກໍ່ໄປເລືອກເອົາຮູບທີ່ທ່ານຕ້ອງການໃສ່

ຫລັງຈາກໄດ້ຮູບທີ່ຕ້ອງການແລ້ວກໍ່ຈະຂື້ນຫນ້າຕາແບບທາງລຸ່ມນີ້ ເຮົາກໍ່ຄິກໄປທີ່ປຸ່ມ GO ເລີຍທັນທີ. ແລ້ວກໍ່ຈະໄດ້ຮູບ ຕາມທີ່ທ່ານຕ້ອງການ

ຫລັງຈາກນັ້ນເຮົາກໍ່ຈະໄດ້ຮູບທີ່ເຮົາຕ້ອງການ ເຊິ່ງຂອງເຮົາຈະເປັນແບບທາງລຸ່ມນີ້ ເຊິງຫາກຕ້ອງການຈັດເກັບໄວ້ ກໍ່ງ່າຍໆ ພຽງກົດໃສ່ປຸ່ມ Save ທີ່ຢູ່ທາງລຸ່ມຂອງຮູບ ນັ້ນ, ຫລືບໍ່ກໍ່ ຄິກຂວາໃສ່ຮູບດັ່ງກ່າວ ແລ້ວກໍ່ເລືອກເອົາ Save image.


ລອງອ່ານກ່ຽວກັບ  Facebook ປ່ອຍ App ແລະ ບໍລິການ Facebook Messenger ສຳລັບ iPhone ແລະ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.