ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kinect ສຳຫລັບ Xbox 360 ຂາຍໄດ້ 1 ລ້ານອັນພາຍໃນ 10ມື້

ຂ່າວໄອທີ

ຂ່າວລ່າສຸດ Microsoft ອອກມາປະກາດຍອດຂາຍຂອງ Kinect ວ່າຂາຍໄດ້ຫນຶ່ງລ້ານອັນ ພາຍໃນ 10ມື້ ຫລັງຈາກເລີ່ມຂາຍ ເຊິງເປັນເລື່ອງທີ່ຫນ້າຍິນດີ ແລະ ໄດ້ຜົນຕອບຮັບດີສຳຫລັບ Kinect ແລະ ມີການຄາດການວ່າຈະຂາຍ Kinect ໃຫ້ໄດ້ເພີ່ມອີກ 5ລ້ານອັນ ພາຍໃນທ້າຍປີນີ້ ນັ້ນກໍ່ຫມາຍຄວາມວ່າ ທຸກມື້ຈະຕ້ອງຂາຍໃຫ້ໄດ້ 1 ແສນອັນ.

ຢ່າງໃດກໍ່ຕາມຕອນນີ້ Kinect ຍັງວາງຂາຍບໍ່ທົວເອເຊຍເທຶ່ອ ເຊັ່ນ ຕອນນີ້ຍັງບໍ່ມີໃນ ຢີປຸ່ນ ແລະ ອົດສຕາລີ່ ແຕ່ເປັນທີ່ຈັບຕາກະຄື Microsoft ຈະສາມາດຂາຍ Kinect ສຳຫລັບ Xbox 360 ໄດ້ເຖິງ 5ລ້ານອັນໄດ້ບໍ່ ພາຍໃນທ້າຍປີນີ້.

Kinect ແມ່ນຫຍັງ ?

Kinect ເປັນສ່ວນເສີມໃນເຄື່ອງຫລິ້ນເກັບ Xbox 360 ທີ່ເອົາໄວ້ຈັບການເຄື່ອນໄຫວຂອງຜູ້ຫລິ້ນເກມ ເພຶ່ອເຮັດໃຫ້ມ່ວນ,ສົມຈິງ ແລະ ໄດ້ປະສົບການຫລາຍຂຶ້ນ

ທີ່ມາ: Mashable

ລອງອ່ານກ່ຽວກັບ  Microsoft ສະແດງຫນ້າຕາ ແລະ ການເຮັດວຽກຂອງ Windows 8 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.