ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ປະກາດຍອດຂາຍ Kinect ເພີ່ມຂຶ້ນ 2.5 ລ້ານແລ້ວ

ຂ່າວໄອທີ

ຫລັງຈາກ Microsoft ອອກມາປະກາດເລື່ອງ Kinect ສຳຫລັບ Xbox 360 ຂາຍໄດ້ 1 ລ້ານອັນພາຍໃນ 10ມື້ ມາປະຈຸບັນກໍ່ອອກມາປະກາດເປັນຮອບທີສອງ ເຊິ່ງມີລາຍງານວ່າ ຕອນນີ້ ຍອດຂາຍຂອງ Kinect ອຸປະກອນເສີມ ທີ່ອັດສະລິຍະຂອງ Xboc 360 ຕອນນີ້ຂາຍໄດ້ 2.5 ລ້ານອັນແລ້ວທົວໂລກພາຍໃນ 25ວັນຫລັງຈາກເລີ່ມວາງຂາຍ, ເຊິງການເພີ່ມຍອດຂາຍເທຶ່ອນີ້ອາດຈະເປັນຜົນມາຈາກ ເທດສະການລົດລາຄາ ຫລື Black Friday ທີ່ເປັນການລຸດລາຄາສິນຄ້າ ຫລັງຈາກ Thanksgiving Day ໃນສະຫະລັດອາເມຣຶກາ ນັ້ນເອງ.

ຢ່າງໃດກໍ່ຕາມ ກໍ່ມີບາງສຳນັກຂ່າວນຳໄປປຽບທຽບໃສ່ກັບຍອດຂາຍຂອງ iPad ທີ່ຢູ່ຄົນລະຕະຫລາດກັນ ເຊິງຕາມສະຖິຕິແລ້ວ Kinect ຂາຍດີກວ່າ iPad ເຖິງສອງເທົ່າດ້ວຍກັນ.

ທີ່ມາ: Engadget
ລອງອ່ານກ່ຽວກັບ  ເນັດບຸ໊ກ Asus ພີ​ໂຫລດຊອຟົ​ແວລ໌ Kindle

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.