ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Keyboard Buddy ເຄສ ທີ່ເຮັດໃຫ້ iPhone 4 ມີ Keyboard

Gadget

ມາອັບເດດ Gadget ມື້ນີ້ ກໍ່ມີແກັດເຈັດຂອງສາວົກ iPhone 4 ໄດ້ຕື່ນຕາຕື່ນໃຈກັນຫນ້ອຍຫນຶ່ງເພາະມັນເປັນ Keyboard Buddy ເຄສສຳຫລັບ iPhone 4 ແລະກໍ່ບໍ່ແມ່ນເຄສທຳມະດາ ແຕ່ມັນເປັນເຄສທີ່ມີຄີບອດຕິດມານຳນັ້ນເອງ, ແຕ່ຢ່າຟ້າວ ຄິດວ່າມັນສິມີຄວາມຫນ້າສົນໃຈບ່ອນໃດ ກ່ອນທີ່ຈະໄດ້ເຫັນຮູບຕົວຢ່າງທາງລຸ່ມນີ້:

Keyboard Buddy Case ເຄສສຳຫລັບ iPhone 4 ນີ້ ມີຄີບອດຕິດໃສໃນໂຕ ການເຊື່ອມຕໍ່ລະຫວ່າງ Keyboard Buddy case ກັບ iPhone 4 ແມ່ນເຊື່ອມຕໍ່ຜ່ານ Bluetooth ເຊິງລັກສະນະຂອງມັນຈະເປັນເຄສ ຫລືວ່າໂສບ ສຳຫລັບໃສ່ iPhone 4 ແລ້ວຈະມີຄີບອດຢູ່ທາງດ້ານຫລັງ ເຊິງສາມາດ ເລື່ອນອອກມາໃຊ້ງານໄດ້ທຸກທີ່ທຸກເວລາ. ນອກຈາກນັ້ນ ໃນຕົວຂອງ Keyboard ຍັງມີບ່ອນຊາກພະລັງງານ ຫລື ພາສາບ້ານເຮົາກະຊາກທ່ານນັ້ນລະ ຈະມີຢູ່ໃນໂຕຂອງ Keyboard ເລີຍ. ຈະບໍ່ໄດ້ໃຊ້ພະລັງງານຈາກ iPhone 4 ຂອງທ່ານ ກໍ່ຈະລຸດບັນຫາ ອຸປະກອນກິນແບັດໂທລະສັບ. ເທົ່ານັ້ນຍັງບໍ່ຫມົດ Keyboard Buddy Case ໂຕນີ້ຍັງມີລະບົບ ເປີດ/ປິດ ອັດຕະໂນມັດ ໂດຍເວລາເຮົາບໍ່ໃຊ້ງານ ຫລືເລື່ອນກັບເຂົ້າໄປດ້ານຫລັງ ມັນກໍ່ຈະທຳການປິດໂຕລົງ ໂດຍເຮັດໃຫ້ປະຍັດພະລັງງານໄດ້ຫລາຍ, ສ່ວນລາຄາຂອງ ແກັດເຈັດໂຕນີ້ ຫລື Keyboard Buddy Case ເຄສສຳຫລັບ iPhone 4 ນີ້ ຢູ່ທີ່ $69.95 ເທົ່ານັ້ນ.

ປລ: ມັນອາດຈະເຮັດໃຫ້ iPhone 4 ຂອງທ່ານຫນາຂຶ້ນຫລາຍເຕີບເທົ່າທີ່ສັງເກດ

ທີ່ມາ: Boxwave

ລອງອ່ານກ່ຽວກັບ  ແປງ simcard ເກົ່າ​ໄປ​ເປັນ microsim ໃນ​ພິບ​ຕາ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ອັນນີ້ລະ ລໍຄ່ອຍມາດົນນນນນນນນນແລ້ວ ສຸດທ້າຍກໍມີອອກມາ ດີໃຈຫຼາຍຍຍຍຍຍຍຍຍຍຍຍຍ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.