ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 4.2 ປ່ອຍໃຫ້ອັບເດດແລ້ວ ເພີ່ມ Multitasking ໃຫ້ iPad

ຂ່າວໄອທີ

ລ່າສຸດ Apple ໄດ້ປ່ອຍ iOS 4.2 ສຳຫລັບອັບເດດອຸປະກອນເຊິ່ງໄດ້ແກ່: iPad, iPhone 3G, iPhone 3GS, iPhone 4, iPod Touch 2,3 ແລະ 4 ເຊິງການອັບເດດໃຫ້ໃຫມ່ໃນເທຶ່ອນີ້ ໄດ້ເພີ່ມຄວາມ ຄວາມສາມາດ Multitasking, ລະບົບ Folder ເຂົ້າໄປໃນ iPad ເຊິງຄວາມສາມາດນີ້ ມີຢູ່ແລ້ວໃນ iPhone ແລະ iPod Touch.

ຄຸນສົມບັດຕໍ່ໄປກະຄືເພີ່ມ  AirPrint ເຂົ້າໄປໃນ iPhone, iPod Touch, iPad ເຊິ່ງຈະເຮັດໃຫ້ຜູ້ໃຊ້ສາມາດພິ້ນ ຮູບ,ຫນ້າເວັບ, ຫລື ເອກະສານຕ່າງໆຜ່ານ iPhone, iPod Touch, iPad ໄດ້ທັນທີເລີຍ ໂດບໍ່ຕ້ອງຕ້ອງມີ Driver ຫລື ສາຍເຊື່ອມຕໍ່ໃດໆ.

ນອກຈາກນີ້ຍັງເພີ່ມຄຸນສົມບັດທີ່ຊື່ວ່າ AirPlay ເຂົ້າໄປໃນ iPhone, iPod Touch, iPad ອີກເຊັ່ນດຽວກັນ ເຊິ່ງມັນຈະເຮັດໃຫ້ສາມາດ stream ວິດີໂອ, ເພງ, ຮູບ ໄປຍັງ Apple TV ໄດ້ເພຶ່ອໃຫ້ສະແດງອອກໃນຈໍທໍລະທັດ ແລະຍັງສາມາດເປີດເພງໄປອອກລຳໂພງໄດ້ອີກດ້ວຍໂດຍຜ່ານ ອຸປະກອນ AirPort ເຊິງ AirPlay ນີ້ເປັນລູກຫລິ້ນໃຫມ່ທີ່ເຮັດໃຫ້ບັນດາສາວົກທັງຫລາຍ ມັກແລະອາດຈະຕິດໃຈ.

ເທົ່ານັ້ນຍັງບໍ່ຫມົດ Apple ຍັງແຈກ Find my iPhone ສຳຫລັບ iPad, iPhone ແລະ iPod Touch ອີກດ້ວຍເຊິງຄວາມສາມາດໂຕນິ ຮູ້ສຶກວ່າມັກຫລາຍ ເວລາທີ່ເຄື່ອງເຮົາເສຍ ຫລືຖືກລັກ, ອາດຈະຕົກຕາມຊອກລືບໃດຫນຶງໃນຫ້ອງນອນ ເຮົາກໍ່ສາມາດສັ່ງໃຫ້ມັນດັງ,ລະບູຕຳແຫນ່ງ GPS (ອັນນິລອງແລ້ວ ຂະຫນາດໃຊ້ກັບ WIFI ມັນຍັງແນ່ໃສ່ຫລັງຄາເຮືອນແບບບໍ່ຜິດດ່ຽວເລີຍ), ສັ່ງລັອກເຄື່ອງດ້ວຍລະຫັດ PIN ສີຕົວເລກ ແລະທີ່ສຳຄັນສາມາດສັ່ງລຶບຂໍ້ມູນຕ່າງໆໃນ iPad, iPhone ແລະ iPod Touch ທາງໄກໄດ້ອີກດ້ວຍ ເມຶ່ອຫາບໍ່ເຫັນແທ້ໆ.

ທີ່ມາ: Apple

ລອງອ່ານກ່ຽວກັບ  Google ເຜີ ປ່ອຍວິດີໂອ ຕົວຢ່າງ Android 3.0 Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.