ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google Earth 6 ມາແລ້ວ ພ້ອມກັບ ຟີເຈີຕົ້ນໄມ້ 3 ມິຕິ

Video, ຂ່າວໄອທີ

ເວົ້າເຖິງ Google Earth ໃຜໆກໍ່ຮູ້ຈັກແລະອາດຈະເຄີຍນຳໃຊ້ເອົາໄວ້ເບິງຫລັງຄາບ້ານຜູ້ສາວ ເສຍດາຍແຕ່ໃນປະເທດເຮົາ ມັນດົນໆສິໄດ້ອັບເດດເທຶ່ອຫນຶ່ງ, ແລະປະຈຸບັນ Google Earth ໄດ້ອອກເວີຊັ່ນໃຫມ່ອີກແລ້ວເປັນເວີຊັ່ນ 6 ໃນເວີຊັ່ນນີ້ຈະມີການເພີ່ມຟັງຊັ່ນໃຫມ່ 3 ຟັງຊັ່ນຫລັກເດັ່ນໆຄື:

  • Integrated Street View: ເປັນການນຳເອົາຟັງຊັ່ນ Street View ທີ່ມີໃນ Google Maps ມາລົງໃນ google earth ເວີຊັ່ນນີ້ແບບເຕັມປະສິດຕິພາບ.
  • Historical Imagery: ເປັນຟັງຊັ່ນທີ່ເຮັດໃຫ້ຜູ້ໃຊ້ສາມາດເລື່ອກເບິງສະຖານທີ່ຕ່າງ ໃນອະດີດໄດ້ ເຊິງສາມາດກຳນົດໄດ້ວ່າ ຢາກເບິງໃນຊ່ວງໄລຍະໃດ.
  • 3D Trees ຫລືຕົ້ນໄມ້ແບບສາມມິຕິນັ້ນເອງ ເຊິ່ງກ່ອນຫນ້ານີຈະມີແຕ່ການສະແດງຜົນຂອງ ຕຶກ, ອາຄານຕ່າງໆເທົ່ານັ້ນ ທີ່ສະແດງຜົນແບບສາມມິຕິໄດ້ ເຊິງໃນເວີຊັ່ນນີ້ ກໍ່ໄດ້ເພີ່ມການສະແດງຜົນຕົ້ນໄມ້ ໃຫ້ເປັນແບບສາມມິຕິເລີຍເຊັ່ນດຽວກັນ.

ໃຜສົນໃຈຢາກລອງໃຊ້ ກໍ່ສາມາດເຂົ້າໄປດາວນ໌ໂຫລດໄດ້ທີ່ Earth.google.com ມີ່ທັງສຳຫລັບ Mac ແລະ Windows ລວມໄປເຖິງ Linux ອີກດ້ວຍ, ລອງເບິງວິດີໂອຕົວຢ່າງກ່ອນເລັກຫນ້ອຍ

ທີ່ມາ: Mashable

ລອງອ່ານກ່ຽວກັບ  Mozilla ປ່ອຍ Firefox 4.0 ເວີຊັ່ນສົມບູນ ໃຫ້ດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.