ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Flock ເວັບບຼາວເຊີ ສຳຫລັບຄົນທີ່ມັກໃຊ້ Social Network

FREE WARE

ຫລາຍຄົນອາດຈະເຄີຍໃຊ້ ເວັບບຼາວເຊີມາຫລາຍຢ່າງ ບໍ່ວ່າຈະເປັນ IE, Firefox, Chrome, Opera ແບບນີ້ເປັນຕົ້ນ. ແຕ່ທ່ານອາດຈະຍັງບໍ່ເຄີຍຮູ້ຈັກກັບ ເວັບບຼາວເຊີ ທີ່ພັດທະນາເພຶ່ອສຳຫລັບຄົນທີ່ມັກຫລີ້ນ ຊື່ເຄືອຄ່າຍສັງຄົມອອນໄລນ໌ ເຊັ່ນ Facebook, Twitter ແບບນີ້ເປັນຕົ້ນ.

ມື້ນີ້ເຮົາຈະມາແນະກ່ຽວກັບ Flock ເວັບບຼາວເຊີ ສຳຫລັບຄົນມັກໃຊ້ Social Network ໂດຍສະເພາະ. ເຊິ່ງ ເວັບບຼາວເຊີ ໂຕນີ້ຈະໃຊ້ຖານການເຮັດວຽກໂດຍ Google Chrome ຫລືເວົ້າງ່າຍໆກະຄື ພັດທະນາຕໍ່ຍອດມາຈາກ Google Chrome ນັ້ນເອງເຊິ່ງຮັບຮອງໄດ້ວ່າຄວາມໄວບໍ່ດ້ອຍໄປກວ່າ Google Chrome ເລີຍ.

ລັກສະນະເດັ່ນກະຄື ໃນການໃຊ້ງານ ເວັບບຼາວເຊີ ໂຕນີ້ຢູ່ ມັນກໍ່ຈະມີການເຊຶ່ອມຕໍ່ລະວ່າງ ເວັບສັງຄົມອອນໄລນ໌ຕ່າງໆ ກັບ ບຼາວເຊີ ຂອງເຮົາຢູ່ຕະຫລອດເວລາ ເຊິງບໍ່ເຮັດໃຫ້ເຮົາຂາດການຕິດຕໍ່ສື່ສານກັບຫມູ່ເພື່ອນຂອງເຮົາໄດ້. ແລະນອກຈາກນັ້ນ ເວລາທີ່ເຮົາໄປເຈີຫຍັງໃນໂລກອິນເຕີເນັດ ແລ້ວຢາກແບງປັນ ຫລື ອັບເດດ ສະຖານະຂອງຕົນເອງກໍ່ສາມາດເຮັດໄດ້ທັນທີໂດຍບໍ່ຕ້ອງເຂົ້າໄປໃນເວັບດັ່ງກ່າວເລີຍ ແລະ ຍັງມີລູກຫລິ້ນອື່ນໆ ອີກຫລວງຫລາຍ ໄປທົດລອງໃຊ້ກັນເບິງເນາະ.

ໃຜສົນໃຈທົດລອງໃຊ້ກໍ່ສາມາດເຂົ້າໄປດາວນ໌ໂຫລດໄດ້ທີ່: http://flock.com

ລອງອ່ານກ່ຽວກັບ  ຮວບຮວມໂປຼແກຼມຟຼີດີໆ ທີ່ຄວນມີໄວ້ໃນເຄື່ອງ ປະຈຳປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.