ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook Messages ບໍລິການໃຫມ່ ຈາກ Facebook

social media, ຂ່າວໄອທີ

ໃນທີ່ສຸດ​ກໍ​ເປັນ​ໄປຕາມທີ່​ຄາດການ​ກັນ​ໄວ້ ຄືລ່າ​ສຸດ Facebook ອອກ​ມາ​ປະ​ກາດ​ບໍລິການ​ໃໝ່​ທີ່​ເອີ້ນວ່າ ” Facebook Messages” ໂດຍ Mark Zuckerberg ກ່າວ​ວ່າ ມັນ​ບໍ່ແມ່ນ​ບໍລິການອີ​ເມວແຕ່ຢ່າງໃດ ແຕ່​ມັນ​ຈະ​ເປັນ​ສິ່ງ​ທີ່​ຈະມາ​ແທນ​ທີ່​ອີ​ເມວ.

ຫລາຍຄົນສົງໄສວ່າ Facebook Messages ແຕກ​ຕ່າງ​ຈາກ “ອີ​ເມວ” ທົ່ວ​ໄປ​ແນວໃດ ທາງ​Facebook ກ່າວວ່າ Facebook Messages ຈະປະກອບ​ດ້ວຍ ອີ​ເມວ, ລະບົບ​ຂໍ້ຄວາມ​ຂອງ​​ Facebook  SMS ຕະຫລອດ​ຈົນ Client  ​ທີ່​ໃຊ້​ສຳລັບ chat ແລະ ​ເບິ່ງຄືກັບວ່າຈະ​ມີ​ການ​ໃຫ້​ບໍລິການ VoIP ໃນ​ບໍລິການ​ໃໝ່​ນີ້​ອີກດ້ວຍ. ເວົ້າໄດ້​ວ່າ ຜູ້​ໃຊ້ Facebook ຈະສາມາດ​ຕິດຕໍ່ສື່ສານກັບ​ຫມູ່ເພື່ອນ​ໄດ້​ທຸກ​ທາງ ໂດຍ​ທັງ​ໝົດ​ຈະ​ເຊື່ອມຕໍ່ກັບ​ອີ​ເມວ @facebook.com ຂອງ​ທ່ານ ນອກ​ຈາກ​ນີ້ ມັນ​ຍັງ​ສາມາດ​ລີ​ໄດ​ເລັກ​ອີ​ເມວຈາກ Gmail ເຂົ້າ​ມາ​ໄດ້​ອີກ​ດ້ວຍ ແລະ​ແນ່ນອນ​ວ່າ ບໍລິການ​ດັ່ງ​ກ່າວ​ຈະ​ໄດ້ຮັບ​ການ​ພັດທະນາ​ໃຫ້ເປັນ​ແອບຯ ເທິງ iPhone ໃນ​ໄວ​ໆນີ້.

Facebook Messages ຍັງມີ​ການ​ໃຫ້​ບໍລິການ​ຈັດ​ເກັບ​ຂໍ້ຄວາມ​ທີ່​ຕິດກັນແບບສົນທະນາຕອບໂຕ້(ຫລື ແຊັດ) ໂດຍ​ຈະ​ບັນ​ທຶກ​ທຸກ​ໆຮູບ​ແບບ​ຂອງ​ການ​ຕິດ​ຕໍ່​ຂອງ​ທ່ານກັບຫມູ່ເພື່ຶອນໄວ້​ໃນ​ບ່ອນ​ດຽວ (one-stop conversation shop) ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ສາມາດ​ເຫັນ​ເລື່ອງ​ບັນທຶກ​ທີ່​ສົນທະນາ​ກັບ​ຫມູ່ເພື່ອນ​ ໄດ້​ທັງ​ໝົດ ນອກ​ຈາກ​ນີ້ Facebook ຍັງ​ຈະ​ໄດ້​ແນະ​ນຳ Social Inbox ທີ່​ຈະ​ເຮັດໃຫ້​ທ່ານຮັບ​ຂໍ້ຄວາມ​ຈາກຫມູ່​ເພື່ອນ ແລະ ​ຫມູ່​ຂອງຫມູ່​ເທົ່າ​ນັ້ນ, ພວກ​ຂໍ້ຄວາມ​ຂີ້ເຫຍື້ອ​ຈະ​ໄປ​ຢູ່ໃນ​ໂຟນ​ເດີອື່ນ ຜູ້​ໃຊ້​ສາມາດ​ຍ້າຍ​ຫມູ່​ຈາກ​ໂຟນ​ເດີລ໌​ໜຶ່ງ​ໄປ​ຍັງ​ອີກ​ໂຟນ​ເດີ​ໜຶ່ງ​ໄດ້ ຫລື​ໃຫ້​ອີ​ເມວ​ຕີ​ກັບ​ໄປ​ຍັງ​ຜູ້​ສົ່ງ​ທີ່​ບໍ່ແມ່ນ​ຫມູ່ໄດ້. (ແຈ໋ມໂພດ)

Facebook Messages ຍັງ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ເປີດ​ໄຟລ໌​ແນບ​ທີ່​ເປັນ​ເອກະສານ Office ໂດຍ​ບໍ່​ຕ້ອງ​ອອກຈາກ Facebook ອີກ​ດ້ວຍ ຊຶ່ງ​​ນີ້​ເປັນ​ຄວາມ​ຮ່ວມ​ມື​ລະຫວ່າງ Facebook ກັບ Microsoft ແລະ​ໃນ​ອະນາຄົດ​ອັນ​ໃກ້ ຜົນ​ລັບ​ການ​ຄົ້ນ​ຫາຂອງ Facebook ຈະ​ປາກົດ​ໃນ Bing ໄດ້​ແບບReal Time.

ບໍລິການນີ້ຍັງບໍ່ໄດ້ໃຊ້ກັນຫມົດທຸກຄົນ ຫາກໃຜຢາກໄດ້ໃຊ້ໄວກໍ່ເຂົ້າໄປ ທີ່ http://www.facebook.com/about/messages/ ແລ້ວກໍ່ກົດ ປຸ່ມຂຽວໆດ້ານລຸ່ມແລ້ວກໍ່ລໍຖ້າ ຈົນກວ່າຈະມີການ Invite ມາຫາ

ທີ່ມາ:​ Arip

ລອງອ່ານກ່ຽວກັບ  Microsoft ຂາຍ Kinect ໄດ້ 10ລ້ານອັນ ແລະ Kinect ເກມ 10ລ້ານ Copy

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໜ້າສົນໃຈ ແຕ່ຕອນນີ້ອາດຍັງເຂົ້າໃຈໄດ້ບໍ່ຫມົດຈົນກວ່າໄດ້ລອງມັນກ່ອນ! ຂອບໃຈກັບຂ່າວດີໆ!

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.