ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Eric Schmidt ໂຊ Nexus S, ພ້ອມບອກ Android 2.3 ກຳລັງຈະມາ

ຂ່າວໄອທີ

ໃນງານ Web 2.0 summit ທີ່ຜ່ານມາ Eric Schmidt ກໍ່ເຂົ້າຮ່ວມ ແລະ ກໍ່ມີການນຳໂທລະສັບທີ່ ກຳລັງເປັນຂ່າວນັ້ນອອກມາ ທັ້ງນັ້ນໃນໂທລະສັບເຄື່ອງດັ່ງກ່າວ ຍັງມາພ້ອມກັບເທັກໂນໂລຢີ ໃຫມ່ທີ່ຊື່ວ່າ NFC ( Near Field Communication ) ເຊິ່ງເປັນເທັກໂນໂລຢີ ທີ່ Eric Schmidt  ຄິດວ່າມັນຈະມາແທນທີ່ ການຈ່າຍເງິນຜ່ານບັດເຄດິດ. ຢ່າງໃດກໍ່ຕາມກໍ່ບໍ່ມີການສະແດງໂລໂກ້ ຂອງໂທລະສັບ ໂດຍມີການນຳສະກ໊ອດຫລືເທບປິດໄວ້ ເຊິ່ງມັນກໍ່ບໍ່ມີຫຍັງທີ່ຈະໄກ້ຄຽງໄປໄດ້ແລ້ວ ນອກຈາກມັນຄື Nexus S ທີ່ກຳລັງເປັນຂ່າວຢູ່ຕອນນີ້ (ຂ່າວເກົ່າ) ແຕ່ຢາງໃດກໍ່ຕາມ Eric Schmidt ຍັງມີການຖິ້ມທ້າຍອີກວ່າ Android 2.3  ຫລື Gingerbread ກຳລັງຈະມາພາຍໃນ ບໍ່ຫລາຍອາທິດທາງຫນ້ານີ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  Samsung ເຜີຍໂສມ ໂທລະທັດ 3ມິຕິ 55ນິ້ວ ແບບບໍ່ງໍ້ແວນຕາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.