ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell ໂຊ Dell Inspiron Duo ແທັບເລັດ ໃນ ເນັດບຸ໊ກ

Video, ຂ່າວໄອທີ

ຂ່າວລ່າສຸດ Dell ໄດ້ອອກມາປ່ອຍຄິບ ຕົວຢ່າງ Dell Inspiron Duo ຂະຫນາດ 10ນິ້ວ ທີ່ລວມທັງ ແທັບເລັດ ແລະ ເນັດບຸ໊ກ ຢູ່ໃນອັນດຽວກັນ ເຊິ່ງໃນວິດີໂອກໍ່ບໍ່ໄດ້ບອກລາຍລະອຽດຫຍັງຫລາຍ ແຕ່ຈາກສັງເກດເບິງໃນວິດີໂອແລ້ວ ມັນເປັນໄດ້ທັງ ແທັບເລັດ ແລະ ເນັດບຸ໊ກ ໃນທັນຕາ ເພາະສັງເກດເວລາມັນພັບຢູ່ນັ້ນມັນຈະຢູ່ໃນລັກສະນະເປັນແທັບເລັດ ເປັນຈໍສຳພັດ ແຕ່ພໍເປີດ ອອກມາ ກໍ່ຈະເຫັນຄີບອດ ແລະ ແປງລ່າງເປັນເນັດບຸ໊ກທັນທີຢ່າງງ່າຍດາຍ.

ຢ່າງໃດກໍ່ຕາມ ເຮົາຄິດວ່າ Dell Inspiron Duo ມັນຈະສາມາດດຶງຄວາມສົນໃຈໄດ້ບໍຫລາຍກໍ່ຫນ້ອຍ ເພາະມັນຕອບໂຈດໄດ້ຕົງຕາມຄວາມຕ້ອງການ ທັງການເຮັດວຽກ ແລະຄວາມບັນເທີງຕ່າງໆ ມັນສາມາດເປັນໄດ້ ທັງສອງຢ່າງ. ແລະມີການຄາດການວ່າມັນຈະອອກພາຍໃນທ້າຍປີນີ້ອີກດ້ວຍ. ຄົງຕ້ອງຕິດຕາມກັນຕໍ່ໄປວ່າມັນຈະມີປະສິດທິພາບສ່ຳໃດສຳຫລັບ Dell Inspiron Duo 10ນິ້ວ, ໂຕນີ້ ຈັງໃດກໍ່ລອງສັງເກດວິດີໂອທ້າຍຂ່າວເນາະ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  iPod Shuffle ລຸ້ນໃຫມ່ຄວາມຈຸ 2GB ຫຼາກຫຼາຍສີສັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.