ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell Inspiron Duo Hybrid Tablet ກຳລັງຈະມາ ອາທິດຫນ້ານີ້

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດມີການລາຍງານວ່າ Dell Inspiron Duo ຂະຫນາດ 10ນິ້ວ ທີ່ລວມທັງ ແທັບເລັດ ແລະ ເນັດບຸ໊ກ ຢູ່ໃນອັນດຽວກັນ ກຳລັງຈະວາງຕະຫລາດໃນ ອາທິດຫນ້ານີ້ແລ້ວ ຫລັງຈາກທີ່ໄດ້ປ່ອຍວິດີໂອຕົວຢ່າງອອກມາ (ຂ່າວເກົ່າ: Dell ໂຊ Dell Inspiron Duo ແທັບເລັດ ໃນ ເນັດບຸ໊ກ ) ເຊິງເປັນໄປໄດ້ວ່າຫນ້າຈະເປັນ 23ພະຈິກ ນີ້ ໂດຍຈະມາພ້ອມກັບລະບົບປະຕິບັດການ Windows 7,​ CPU dual core Intel Atom,  ສ່ວນລາຄາຍັງບໍ່ໄດ້ລະບຸ ຕ້ອງຖ້າມື້ວາງຕະຫລາດ ຫລື ມື້ສັ່ງຈອງ ເຖິງຈະຮູ້ເລິກເຖິງລາຍລະອຽດ ແລະ ລາຄາ ຢ່າງໃດກໍ່ດີ ຫວັງວ່າມັນຄົງຈະບໍ່ແພງກວ່າ iPad ຂອງ Apple ທີ່ກຳລັງເປັນຜູ້ນຳຕະຫລາດ ແທັບເລັດຢູ່ຕອນນີ້.

ທີ່ມາ: Mashable

ລອງອ່ານກ່ຽວກັບ  MeeGo 1.0 ອອກມາເເລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.