ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell ເລີ່ມຂາຍ Dell Inspiron Duo ຢ່າງເປັນທາງການແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວລ່າສຸດ ຫລັງຈາກ ທີ່ Microsoft ເປີດສັ່ງຈອງໃຫ້ສັ່ງຈອງ Dell Inspiron Duo ແລ້ວ ປະຈຸບັນທາງ Dell ກໍ່ໄດ້ວາງຂາຍ Dell Inspiron Duo ຫລື ແທັບເລັດລວມໃນເນັດບຸ໊ກ ຢ່າງເປັນທາງການແລ້ວເຊັ່ນດຽວກັນ ໂດຍລາຄາຈະຢູ່ທີ່ $549.99 ເຊິ່ງສະເປັກຂອງ Dell Inspiron Duo  ມີດັ່ງນີ້

  • ຫນ້າຈໍ ຂະຫນາດ 10.1 ນິ້ວ ເປັນຈໍແບບ HD LED ແບບ multitouch (1366 x 768)
  • CPU ເປັນ Intel Atom N550 dual core 1.5 GHz, L2 cache 512 KB
  • Ram ຂະຫນາດ 2 GB ເປັນ DDR3 800 MHz
  • Hard Drive ຂະຫນາດ 320 GB  ເປັນ SATA 7200 RPM
  • ລະບົບປະຕິບັດການແມ່ນ Windows 7 Home Premium
  • ມີຊ່ອງໃສ່ ກາດຄວາມຈຳແບບ SD/SDHC/MMC
  • ແບັດເຕີລີ່ 4-cell ໃຊ້ງານໄດ້ດົນເຖິງ 4 ຊົ່ວໂມງ
  • ມາພ້ອມກັບກ້ອງ 1.3 megapixel
  • ການເຊື່ອມຕໍ່ແບບໄຮ້ສາຍຈະມີ Bluetooth ແລະ wireless ມາດຕະຖານ 802.11b/g/n
  • ນ້ຳຫນັກ 1.53 ກິໂລກຣັມ
  • ມີຊ່ອງສຽບຫູຟັງ, ໄມ, ຊິມກາດ, ແລະ ພອດ USB 2.0

ທີ່ມາ: Dell

ລອງອ່ານກ່ຽວກັບ  HP Slate ຍົກເລີກ Windows7 ປ່ຽນເປັນ WebOS ເເທນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.