ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Crux 360 ເຄສ໌ ທີ່ຈະມາຊ່ວຍປ່ຽນ iPad ຂອງທ່ານເປັນ Netbook

Gadget

ວ່າງໆໄປເຈີ ແກັດເຈັດດີໆໂຕຫນຶ່ງທີ່ຈະມາຊ່ວຍຄົນທີ່ໃຊ້ iPad ເຂົ້າໃນຊີວິດການເຮັດວຽກ ຫລືໃຊ້ແທນ Notebook. ອາດຈະມີຫລາຍຄົນທີ່ມີ iPad ແລ້ວ ເຊົາແບກ Notebook ຕິດຕົວ ອອກໄປເຮັດວຽກນຳ ເພາະວ່າ iPad ນັ້ນມັນກໍ່ສາມາດເຮັດວຽກໄດ້ ເຖິງວ່າຈະບໍ່ເທົ່າກັບ Notebook ກໍ່ຕາມ. ແຕ່ບາງຄົນກໍ່ຄິດວ່າການພິມໂດຍການສຳພັດຫນ້າຈໍນັ້ນມັນກໍ່ບໍ່ຄັກໃຈປານໃດ ຫາກຈະຊື້ iPad Keyboard Dock ຂອງ Apple ກະບໍ່ຢາກຈັບຫລາຍອັນໄປນຳ ມື້ນີ້ເຮົາມີແກັດເຈັດມານຳສະເຫນີທາງອອກປັນຫານີ້.

Crux 360  ເປັນເຄສ໌ທີ່ ອອກແບບ ມາສຳຫລັບ iPad ໂດຍສະເພາະ ເຊິງລວມສອງຢ່າງໄວ້ນຳກັນນັ້ນກໍ່ຄື: ເຄສ໌(ໂສບ ຫລື ໂສບໃສ່ກັນຮອຍ) ແລະ ຄີບອດ. ເຊິງຫນ້າຕາມັນກະຄືກັບ ເຄສ໌ ທົ່ວໆໄປ ແຕ່ທີເຮັດໃຫ້ມັນແຕ່ກຕ່າງຈາກ ເຄສ໌ທົວໄປກະຄື ມັນມີຄີບຼອດ ບຼູທູດ ຕິດມານຳ, ມັນສາມາດຕອບໂຈດການໃຊ້ງານໄດ້ 3ແບບ ນັ້ນກະຄື: ແບບເປັນຂາຕັ້ງ iPad, ແບບສຳຫລັບປ່ຽນໃຫ້ເປັນ Netebook ຄືຈະມີຄີບຼອດໄວ້ພິມ, ແບບແທັບເລັດທີ່ມີໂສບທຳມະດາ.

ສ່ວນລາຄາອາດຈະສູງໄປຫນ້ອຍຫນຶ່ງ ແຕ່ກະບໍ່ເຖິງວ່າຫລາຍເກີນຄວາມຄຸ້ມຄ່າ ເພາະມັນພຽງແຕ່ $149.99 ເທົ່ານັ້ນ ຫາກສົນໃຈສິນຄ້ານີ້ ສາມາດສັ່ງຊື້ຈາກເວັບນອກໄດ້ເລີຍທີ່ http://cruxcase.com .ເບິງວິດີໂອຕົວຢ່າງທ້າຍບົດຄວາມ ຮູບພາບເພີ່ມເຕີມ ຄິກທີ່ນີ້ (ສຳຫລັບຄົນເນັດຊ້າ)

ລອງອ່ານກ່ຽວກັບ  ມາຖ່າຍຮູບເອົາໂຕເອງດ້ວຍໄອໂຟນ ແບບງ່າຍແສນງ່າຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.