ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ້າງບຼ໊ອກໄວ້ບັນທຶກເລື່ອງລາວຕ່າງໆ ແບບງ່າຍໆດ້ວຍ WordPress

FREE WARE

ມື້ນີ້ມີວິທີທີ່ແສນງ່າຍ ສະບາຍໆ ສຳຫລັບການສ້າງ Blog ຂອງໂຕເອງ ເອົາໄວ້ຂຽນ ຫລື ບັນທຶກເລື່ອງລາວຕ່າງໆ. ຫລາຍຄົນກໍ່ຄິດວ່າ ມັນອາດຈະຍາກ ເພາະບໍ່ຮູ້ຫຍັງກ່ຽວກັບການສ້າງ ເວັບໄຊຕ໌ເລີຍ ເຊິງບັນຫານີ້ລືມໄປໄດ້ເລີຍ ຫາກພຽງແຕ່ທ່ານຮູ້ຈັກໃຂ້ ໂປຼແກຼມ Microsoft Word ທ່ານກໍ່ຈະສາມາດຂຽນບົດຄວາມລົງບຼ໊ອກຂອງທ່ານໄດ້ແລ້ວ ເພາະເຮົາມີທາງເລືອກໃຫ້ກະຄື WordPress.com ບໍລິການຂຽນບຼ໊ອກແບບມືອາຊີບ ທີ່ຟຼີ ແລະກໍ່ຍືດຍຸ່ນ ເຊິງໃຊ້ລະບົບ CMS wordpress ເປັນລະບົບທີ່ໄດ້ຮັບຄວາມນິຍົມຫລາຍ ໃນປະຈຸບັນ ເຊິງ ບໍລິການດັ່ງກ່າວແມ່ນໃຫ້ ຜູ້ໃຊ້ສາມາດສະຫມັກ ເພຶ່ອຈະໄດ້ ຊື່ເວັບບຼ໊ອກຂອງໂຕເອງ name.wordpress.com ເຊິ່ງວິທີການແມ່ນແສນທີ່ຈະງ່າຍພຽງເຮັດຕາມຂັ້ນຕອນຂ້າງລຸ່ມນີ້:

1. ເຂົ້າໄປທີ່: http://wordpress.com/signup ຫລັງຈາກນັ້ນກໍ່ຈະມີຟອມໃຫ້ຕື່ມຂໍ້ມູນເລັກຫນ້ອຍ ເຊິ່ງຈະມີ:

  • Blog Address: ເປັນຊື່ຂອງບຼ໊ອກເຮົານັ້ເອງ
  • Username: ຊື່ເວລາເຮົາສິເຂົ້າໃຊ້ບຼ໊ອກຂອງເຮົາ
  • Password: ລະຫັດຜ່ານ
  • Confirm: ຍືນຍັນລະຫັດຜ່ານ
  • E-mail Address: ໃສ່ອີເມວຂອງເຮົາລົງໄປ
  • ຫລັງຈາກຕື່ມຫມົດແລ້ວກໍ່ຄິກໄປທີ່ Sign up

2. ຫລັງຈາກກົດ Sign Up ແລ້ວ ຫາກບໍ່ມີຫຍັງຜິດພາດມັນກໍ່ຈະພາໄປຊູ່ ຫນ້າຍືນຍັນອີເມວ ແລະ ອັບເດດ Profile ຂອງເຮົາ. ກ່ອນອື່ນໄປກວດເບິງອີເມວຂອງເຮົາ ທີ່ໃຊ້ ສະຫມັກ ເພຶ່ຶອຍືນຍັນການສະຫມັກ ໂດຍການຄິກໃສ່ລິ້ງຍືນຍັນບັນຊີ ຕົວຢ່າງຕາມຮູບທາງລຸ່ມນີ້:

3. ແລ້ວກໍ່ກັບມາຫາຫນ້າອັບເດດ Profile ຂອງເຮົາ ແລ້ວກໍ່ຕື່ມຂໍ້ມູນ ໃຫ້ຮຽບຮ້ອຍ ແລ້ວກໍ່ກົດ Update Profile

4. ຫລັງຈາກນັ້ນກໍ່ເຂົ້າໄປ Sign in ເພຶ່ອໄປອັບເດດ, ປັບແຕ່ງ, ປ່ຽນ Theme ໃຫ້ສວຍງາມຂຶ້ນໂດຍເຂົ້າໄປທີ່ http://name.wordpress.com/wp-login.php ແລ້ວກໍຈັດການໃສ່ຂໍ້ມູນລົງໄປ ແລ້ວຄິກ Log In

ຫລັງຈາກ Log in  ແລ້ວໃຫ້ເຂົ້າໄປທີ່ Appearance  ແລ້ວກໍ່ເລືອກ Theme ຫລັງຈາກນັ້ນກໍ່ຈະມີ Theme ອອກມາໃຫ້ເລືອກ ຫາກຍັງບໍ່ພໍ ໃຫ້ກົດທີ່ A-Z ຕາມຮູບທາງລຸ່ມນີ້ເລີຍ ແລ້ວກໍ່ເລືອກ Theme ທີ່ທ່ານມັກໄດ້ເລີຍ.

ສ່ວນລາຍລະອຽດເພີ່ມເຕີມກໍ່ຈະມີໃນການໃຊ້ງານກໍ່ຈະເປັນ ການໂພສ ເຊິງສາມາດເຂົ້າໄປທີ່ http://name.wordpress.com/wp-admin/post-new.php ແລະການຕັ້ງຄ່າຊື່ບ໊ອກ ກໍ່ເຂົ້າໄປທີ່: http://name.wordpress.com/wp-admin/options-general.php

ແຕ່ຫາກໃຜສົນໃຈທີ່ຈະສ້າງ Blog ແບບມືອາຊີບເປັນຂອງໂຕເອງ, ຕິດຕັ້ງເອງ, ຄວບຄຸມເອງ ສາມາດໄປເບິງໄດ້ທີ່ http://souliyo.wordpress.com ໃນນັ້ນຈະສອນການຕິດຕັ້ງແບບລະອຽດ ແຕ່ລະຂັ້ນຕອນ

ລອງອ່ານກ່ຽວກັບ  Lao Droid Theme ງາມໆສຳຫລັບ Google Chrome

Souliyo

Co-Founder and CTO of BIZGITAL and LOCA

Comments
  1. Aunque se venden muchos productos blanqueadores de dientes a costes variables, el blanqueador de dientes terminante es tu dentista.

  2. After exploring a number of the blog posts on your blog, I honestly appreciate your way of writing a blog. I bookmarked it to my bookmark website list and will be checking back soon. Take a look at my website too and tell me how you feel.

Leave a Reply to Patsy Thomsen Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.