ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Bounce Case ສຳຫລັບລຸດຜ່ອນ ການແຜ່ລັງສີ ເຂົ້າຜູ້ໃຊ້ສະມາດໂຟນ

Gadget

ມື້ນີມາເອົາໃຈຄົນໃຊ້ ສະມາດໂຟນທີ່ໃສ່ໃຈສຸຂະພາບກັນ ໂດຍແກັດເຈັດ ທີ່ຊື່ວ່າ Bounce Case ສຳຫລັບສະມາດໂຟນ ລັກສະນະເດັ່ນໆຂອງ Case ຕົວນີ້ແມ່ນການລຸດຜ່ອນລັງສີ ຈາກສະມາດໂຟນ ໃຫ້ອອກຫ່າງຈາກຫົວຜູ້ໃຊ້ ທີຜະລິດໂດຍ case mate. ໂດຍໂທລະສັບມືຖື ທົວໄປຈະກະຈາຍເປັນວົງກົມ ເຊິ່ງແນ່ນອນມັນຈະຕ້ອງເຂົ້າໂຕຜູ້ໃຊ້ ເຄິງຫນຶ່ງແລ້ວອອກນອກໄປເຄິ່ງຫນຶ່ງ ແຕ່ເມຶ່ອໃຊ້ Bounce Case ນີ້ແລ້ວມັນຈະເຮັດໃຫ້ປ່ຽນທິດທາງການແຜ່ລັງສີອອກຈາກຜູ້ໃຊ້. ເຊິງ Case ດັ່ງກ່າວໄດ້ຮັບການພິສູດແລ້ວ ຈາກ FCC ຫລື Federal Communication Commission.

Bounce Case ມີທັງຫມົດ ສີ່ສີດ້ວຍກັນຄື: ສີເທົາ, ດຳ, ຕອງອ່ອນ ແລະສີບົວ. ສ່ວນລາຄາແມ່ນຢູ່ທີ່ $49.99 ຕອນນີ້ມີສຳຫລັບ iPhone 4, Blackberry Curve 8520, Blackberry bold 9650 ແລະ Blackberry bold 9700. ລາຍລະອຽດເພີ່ມເຕີມເຂົ້າໄປທີ່: http://www.case-mate.com/pong/ ຫລື ຈະເບິງວິດີໂອການອະທິບາຍກ່ອນກໍ່ໄດ້ ທາງລຸ່ມນີ້ເລີຍ.

ລອງອ່ານກ່ຽວກັບ  ຕາຕາລາງ ການປຽບທຽບ ລະຫວ່າງ iPhone 4S ກັບ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.