ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລວມສຸດຍອດ ໂປຼແກຼມຟຼິ ຈາກ Boxoft ທີ່ຕ້ອງມີໄວ້ໃນເຄື່ອງ

FREE WARE

ຫລັງຈາກບໍ່ໄດ້ອັບເດດມາຫລາຍມື້ສຳຫລັບໂປຼແກຼມຟຼີ ຖືກລິຂະສິດ ມື້ນີ້ກໍ່ເລີຍມາຈັດສຸດໃຫຍ່ ໂດຍລວມໂປຼແກຼມທີ່ Boxoft ແຈກຟຼີ ແລະ ມີຄຸນນະພາບ ມາໃຫ້ຜູ້ອ່ານເວັບໄຊຕ໌ຂອງເຮົາໄດ້ນຳໄປໃຊ້ກັນ ມີຫຍັງແດ່ນັ້ນມາເບິງກັນ:

ເລີ່ມຕົ້ນທີ່ Boxoft PDF to Word ເປັນໂປຼແກຼມທີ່ຊ່ວຍແປງໄຟລ໌ PDF ໃຫ້ເປັນ ໄຟລ໌ Doc ຂອງ Microsoft word ນັ້ນເອງ  ແຕ່ຫນ້າເສຍດາຍໃຊ້ກັບພາສາລາວບໍ່ໄດ້ ແຕ່ກະເອົາໄວ້ໃຊ້ກັບພາສາອື່ນໆກໍ່ໄດ້ເພຶ່ອຈຳເປັນ ສົນໃຈດາວນ໌ໂຫລດທີ່ http://www.boxoft.com/pdf-to-word ໃຊ້ໄດ້ສຳຫລັບ Windows 2000/2003/XP/Vista/7.

ໂຕທີສອງ ກໍ່ຄື Boxoft Free PDF to Html ຈະເປັນໂຕຊ່ວຍປ່ຽນ ໄຟລ໌ PDF ຂອງທ່ານໃຫ້ກາຍເປັນ HTML ໄດ້ໂດຍງ່າຍດາຍ, ແຕ່ກໍ່ປັນຫາເກົ່າ ມັນບໍ່ສະຫນັບສະຫນຸນພາສາລາວ ຕາມເຄີຍ ແຕ່ກໍ່ເອົາໄວ້ໃຊ້ກັບພາສາອື່ນກໍ່ໄດ້ ສົນໃຈດາວນ໌ໂຫລດທີ່ http://www.boxoft.com/pdf-to-html ໃຊ້ໄດ້ສຳຫລັບ Windows 2000/2003/XP/Vista/7.

ອັນຕໍ່ມາກໍ່ຄື Boxoft  JPG to PDF  ໂຕນີ້ແມ່ນຈະສາມາດຊ່ວຍແປງໄຟລ໌ຮູບພາບ ທີ່ເປັນນາມສະກຸນ JPG ໃຫ້ກາຍເປັນ ໄຟລ໌ PDF ສົນໃຈດາວນ໌ໂຫລດທີ່ http://www.boxoft.com/jpg-to-pdf ໃຊ້ໄດ້ສຳຫລັບ Windows 2000/2003/XP/Vista/7.

Boxoft PDF  To JPG ຫລັງຈາກປ່ຽນ ໄຟລ໌ຮູບຢ່າງ JPG ເປັນ PDF ແລ້ວ ບາດນີ້ກໍ່ເປັນການປ່ຽນໄຟລ໌ PDF ມາເປັນໄຟລ໌ຮູບ ຢ່າງ JPG ກັນແນ່ ດາວນ໌ໂຫລດໄດ້ທີ່ http://www.boxoft.com/pdf-to-jpg ໃຊ້ໄດ້ສຳຫລັບ Windows 2000/2003/XP/Vista/7.

Boxoft PDF to Flash ໃຊ້ສຳຫລັບແປງໄຟລ໌ PDF ໃຫ້ເປັນ ໄຟລ໌ Flash ດາວນ໌ໂຫລດໄດ້ທີ່ http://www.boxoft.com/pdf-to-flash ໃຊ້ໄດ້ສຳຫລັບ Windows 2000/2003/XP/Vista/7.

ແລະນອກຈາກນີ້ຍັງມີອີກຫລາຍຢ່າງເຊັ່ນ:

ແລະຍັງມີອີກຫລາຍໆ ສາມາດໄປເບິງໄດ້ທີ່ www.boxoft.com

ລອງອ່ານກ່ຽວກັບ  Sophos ຟຼິ Antivirus ສຳຫລັບເຄື່ອງ Mac ທຸກລຸ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.