ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໂຕ ແທັບເລັດໃຫມ່ ຕີຕະຫລາດທຸກຮູບແບບ

ຂ່າວໄອທີ, ແທັບເລັດ

ໃນງານ Acer’s global press conference ທີ່ຫາກໍ່ຈັດຂຶ້ນໃນວັນທີ່ 23 ພະຈິກ (ຕາມວັນແລະເວລາຂອງ NewYork) ທີ່ຜ່ານມານີ້ Acer ໄດ້ມີການເປີດໂຕ ສະມາດໂຟນ ທີ່ມາກັບລະບົບປະຕິບັດການ Android ໄປແລ້ວ ບາດນີ້ກໍ່ມາເປັນທີຂອງແທັບ ມາເບິງວ່າຈະເປັນແນວໃດ.

ແທັບເລັດທີ່ Acer ນຳມາເປີດໂຕໃນງານຄັ້ງນີ້ ຈະມີ ແທັບເລັດທີ່ໃຊ້ລະບົບປະຕິບັດການ Android ມີທັງ 7ນິ້ວ ແລະ 10ນິ້ວ, ແທັບເລັດທີ່ໃຊ້ລະບົບປະຕິບັດການ Windows 7 ຂະຫນາດ 10ນິ້ວ, ແລະທີ່ເປັນ ໄຮໄລ້ ກໍ່ຄື ແທັບເລັດສອງຈໍ ຂະຫນາດ 14ນິ້ວ ທີ່ມາກັບ Windows 7 ເຊັ່ນດຽວກັນ ເຊິງຈະມາຕີຕະຫລາດທຸກຮູບແບບຂອງແທັບເລັດ ເລີຍກະວ່າໄດ້. ລາຍລະອຽດຂອງແຕ່ລະໂຕມີດັ່ງລຸ່ມນີ້:

ເລີ່ມກັນທີ່ ແທັດເລັດສອງຈໍ ແທັບເລັດໂຕນີ້ມີຊື່ວ່າ Iconia, ເຊິ່ງລຸ້ນນີ້ມີຂະຫນາດ 14ນິ້ວ ມີທັງຫມົດສອງຈໍຄວາມລະອຽດຢູ່ທີ 1366 x 768 ພິກເຊວ,  ເປັນແທັບເລັດທີ່ໃຊ້ລະບົບປະຕິບັດການ Windows 7 Home Premium (64-bit),  ໃຊ້ CPU ເປັນ Intel Core i5 ມີສາມແບບໃຫ້ເລືອກຄື ແບບ 480M / 560M / 580M, Ram ຂະຫນາດ 4GB ເປັນ DRR3, ຮາດດີສມີຫລາຍຂະຫນາດ ຄື 320GB, 500GB, 640GB ແລະ 750GB, ກາດຈໍເປັນຕິກກັບເຄື່ອງ ເປັນ Intel HD 128MB ໃຊ້ແບງຈາກ Ram, ມີພາກອອກເປັນ VGA ແລະ HDMI,  ມີກ້ອງຫນ້າຄວາມລະອຽດຢູ່ທີ່ 1280 x 1024 ພິກເຊວ, ຮອງຮັບລະບົບ WIFI 802.11b/g/n,  Bluetooth 3.0+HS, 3G WWAN, Gigabit Ethernet, ແບັດເຕີລີ່ 4ເຊວ, ພອດ USB ມີທັງ ແບບ 2.0 ແລະ 3.0 ອີກດ້ວຍ ສ່ວນນ້ຳຫນັກນັ້ນຫນັກປະມານ 2.8 ກິໂລກຣັມ. ຮັບປະກັນຫນຶ່ງປີເຕັມ

ທີ່ມາ: engadget

ອັນຕໍ່ມາແມ່ນ Android ແທັບເລັດ ເຊິງ Acer ໄດ້ອອກມາເຖິງສອງຂະຫນາດດ້ວຍກັນຄື 7ນິ້ວ ແລະ 10ນິ້ວ, ສົມກັບຈະມາຕີຕະຫລາດແທັບເລັດທຸກຮູບແບບກັນເລີຍ ເຊິ່ງແທັບເລັດສອງຂະຫນາດນີ້ມີຄວາມລະອຽດຂອງຈໍຢູ່ທີ່ 1280 x 800 ພິກເຊວ, ໃຊ້ CPU ເປັນ dual-core 1.2GHz, ມີກ້ອງຫລັງ 5ລ້ານພິກເຊວ ແລະກ້ອງຫນ້າ ສຳຫລັບໄວ້ເຮັດ Video Call ແລະສາມາດບັນທຶກວິດີໂອແບບ HD ໄດ້ອີກດ້ວຍ, ສາມາດຮອງຮັບ Flash 10.1 ໄດ້, ຮອງຮັບ WIFI, 3G ອີກທັງຍັງມີພອດ HDMI ແບບ 1028p ອີກດ້ວຍ, ຈະມາກັບລະບົບປະຕິບັດການ Android 2.2. ຫລື Froyo ແລະຈະເລີ່ມວາງຂາຍພ້ອມກັນໃນ ເດືອນເມສາ 2011 ນີ້. ສຳຫລັບຂະຫນາດ 7ນິ້ວອາດຈະມາແຂ່ງກັບຕະຫລາດຂອງ Samsung Galaxy Tab ກໍ່ເປັນໄດ້.

ທີ່ມາ: Engadget

ມາປິດທ້າຍທີ່ ແທັບເລັດ Windows 7 ແທັບເລັດໂຕນີ້ ມີຂະຫນາດ 10.1ນິ້ວ ມາກັບລະບົບປະຕິບັດການ Windows 7, ແທັບເລັດໂຕນີ້ມີຄວາມຫນ້າພຽງ 15ມມ ແລະນ້ຳຫນັກບໍ່ຮອດ ຫນຶ່ງກິໂລກຣັມ, ມີກ້ອງ 1.3ລ້ານພິກເຊວ ທັງຫນ້າແລະຫລັງ, ຮອງຮັບ WIFI, 3G ເຊັ່ນດຽວກັນ. ແທັບເລັດໂຕນີ້ ແລະ ອູປະກອນເສີມ ຈະເລີ່ມວາງຕະຫລາດໃນເດືອນ ກຸມພາ 2011 ນີ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  Dell ປ່ອຍ Honeycomb 3.2 ໃຫ້ກັບຜູ້ໃຊ້ Dell Streak 7 ອັບເດດແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.