ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໂຕສະມາດໂຟນ ຂະຫນາດ 4.8ນິ້ວ ໃຊ້ Android

ຂ່າວໄອທີ, ໂທລະສັບ

ໃນງານ Acer’s global press conference ທີ່ຫາກໍ່ຈັດຂຶ້ນໃນວັນທີ່ 23 ພະຈິກ (ຕາມວັນແລະເວລາຂອງ NewYork) ທີ່ຜ່ານມານີ້ Acer ໄດ້ມີການເປີດໂຕສະມາດໂຟນ ທີ່ມາກັບລະບົບປະຕິບັດການ Android ຍັງບໍ່ລະບຸວ່າຈະເປັນເວີຊັ່ນໃດ ຫນ້າຈໍຂະຫນາດ 4.8ນິ້ວ ມີຄວາມລະອຽດ 1024 x 480 ພິກເຊວ, ໃຊ້ Cpu  Qualcomm Snapdragon 1GHz, ກ້ອງ 8ລ້ານພິກເຊວມາພ້ອມກັບ LED ແຟັດ ສາມາດບັນທຶກວິດີໂອແບບ HD ໄດ້ 720p, ກ້ອງຫນ້າ 2ລ້ານພິກເຊວ, ນອກຈາກນີ້ຍັງມາກັບ Bluetooth 3.0, WiFi ມາດຕະຖານ 802.11n, ຮອງຮັບ 3G ແບບ HSDPA ອີກດ້ວຍ. ທີ່ສຳຄັນໄປກວ່ານັ້ນ ມັນຍັງມີ ພຼອດ HDMI ອີກດ້ວຍ, ສະມາດໂຟນລຸ້ນນີ້ຈະເລີ່ມວາງຂາຍ ໃນເດືອນເມສາ ປີ 2011 ນີ້.

ສະມາດໂຟນຂອງ Acer ລຸ້ນນີ້ອາດຈະເອີ້ນວ່າເປັນ ແທັບເລັດກໍ່ໄດ້ ແລະຖ້າຫາກປຽບທຽບໃສ່ກັບ Dell Streak ແທັບເລັດຂອງ Dell ທີ່ມີຂະຫນາດ 5ນິ້ວດ້ວຍແລ້ວມັນອາດຈະເປັນຄູ່ແຂ່ງທີ່ສົມນ້ຳສົມເນຶ້ອກໍ່ໄດ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ຊອງແກ້ສັນຍານຫາຍ-ສາຍຫລຸດ ຂອງ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.