ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເປີດສັ່ງຈອງໃຫ້ສັ່ງຈອງ Dell Inspiron Duo ແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລາງານຂ່າວລ່າສຸດ Microsoft ເປີດໃຫ້ຈອງ Dell Inspiron Duo ຜ່ານທາງ Microsoft Store ແລ້ວ ນອກຈາກນີ້ຍັງມີເປີດໃຫ້ຈອງ Dell Inspiron Duo Audio Station ທີ່ເປັນຄູ່ຫູຂອງ Dell Inspiron Duo ເຊັ່ນດຽວກັນ ເຊິ່ງລາຄາຂອງ Dell Inspiron Duo Audio Station ນີ້ ຢູ່ທີ່ $49 ເຊິງຈະຖືກກວ່າລາຄາປົກກະຕິ ເຖິງ $50. ສ່ວນລາຄາຂອງ Dell Inspiron Duo ທີ່ເປີດໃຫ້ສັ່ງຈອງຜ່ານທາງ Microsoft Store ນັ້ນແມ່ນຢູ່ທີ່ $549.

ຢ່າງໃດກໍ່ຕາມ ໃນການເປີດໃຫ້ສັ່ງຈອງຄັ້ງນີ້ຍັງມີພຽງແຕ່ສີດຳເທົ່ານັ້ນ, ເຊິ່ງ Dell Inspiron Duo ນີ້ຈະມາພ້ອມກັບສະເປັກດັ່ງລຸ່ມນີ້

  • ຫນ້າຈໍ ຂະຫນາດ 10.1 ນິ້ວ ເປັນຈໍແບບ HD LED ແບບ multitouch (1366 x 768)
  • CPU ເປັນ Intel Atom N550 dual core 1.5 GHz, L2 cache 512 KB
  • Ram ຂະຫນາດ 2 GB ເປັນ DDR3 800 MHz
  • Hard Drive ຂະຫນາດ 320 GB  ເປັນ SATA 7200 RPM
  • ລະບົບປະຕິບັດການແມ່ນ Windows 7 Home Premium
  • ມີຊ່ອງໃສ່ ກາດຄວາມຈຳແບບ SD/SDHC/MMC
  • ແບັດເຕີລີ່ 4-cell ໃຊ້ງານໄດ້ດົນເຖິງ 4 ຊົ່ວໂມງ
  • ມາພ້ອມກັບກ້ອງ 1.3 megapixel
  • ການເຊື່ອມຕໍ່ແບບໄຮ້ສາຍຈະມີ Bluetooth ແລະ wireless ມາດຕະຖານ 802.11b/g/n
  • ນ້ຳຫນັກ 1.53 ກິໂລກຣັມ

ລາຍລະອຽດເພີ່ມເຕີມກ່ຽວກັບການສັ່ງຈອງ ແລະ ສະເປັກ ຂອງ Dell Inspiron Duo ເຂົ້າໄປເບິງໄດ້ທີ່ Microsoft store

ທີ່ມາ: Engadget

ລອງອ່ານກ່ຽວກັບ  Samsung ກຳລັງຈະວາງຈຳຫນ່າຍ Galaxy S Wifi 4.0 ແລະ 5.0 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.