ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື Samsung ກຳລັງຈະເປີດໂຕ Nexus Two ຕົ້ນເດືອນ ພະຈິກນີ້

ຂ່າວໄອທີ

ລາຍງານຂ່າວລ່າສຸດມີແຫລ່ງ​ຂ່າວ​ທີ່​ບໍ່​ຍອມ​ໃຫ້​ເປີດ​ເຜີຍ​ຕົວ​ຕົນ​ອ້າງ​ວ່າ ພວກເຂົາ​ໄດ້​ມີ​ໂອ​ກາດ​ສຳ​ຜັດ​ສະມາດໂຟນຕົວໃຫມ່ຂອງ Google ຫລືວ່າກັນວ່າແມ່ນ Nexus Two ທີ່​ໄດ້ຮັບ​ການ​ອອກ​ແບບ​ແລະ ​ພັດທະນາ​ໂດຍ Samsung ໂດຍ​ເປັນລຸ້ນຕໍ່ຈາກ Nexus One ທີ່​ອອກ​ມາ​ກ່ອນ​ໜ້າ​ນີ້ ຊຶ່ງ​ພັດທະນາ​ໂດຍ HTC. ຢ່າງໃດ​ກໍ​ຕາມ ຄວາມຈິງ​ໃນ​ເລື່ອງ​ນີ້​​ຕ້ອງ​ລໍ​ຖ້າງານ​ຖະແຫລງ​ຂ່າວ​ເປີດ​ຕົວ​ຜະລິດຕະພັນ​ທີ່ Samsung ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ວັນທີ່ 8 ພະຈິກນີ້.

ຊ່ວງ​ນີ້​ມີ​ຂ່າວ​ລື​ກ່ຽວກັບ Nexus Two ອອກ​ມາ​ເປັນໄລ​ຍະໆ ໂດຍ​ລ່າ​ສຸດ​ລະ​ບຸ​ວ່າ ມັນ​ໄດ້ຮັບ​ການ​ອອກ​ແບບ ແລະ ​ພັດທະນາ​ໂດຍ​ບໍລິສັດ Samsung, ໃນ​ຂະນະ​ດຽວ​ກັນ​ຍັງມີ​ລາຍ​ງານ​ເພິ່ມເຕິມ​ອີກ​ດ້ວຍ​ວ່າ Motorola ຈະ​ຜະລິດ Nexus Two ດ້ວຍ​ຄືກັນ ແຕ່​ເນື່ອງ​ຈາກ Samsung ກຳ​ລັງ​ຈະ​ຈັດ​ງານຖະແຫລງ​ຂ່າວ​ເປີດ​ຕົວ​ຜະລິດຕະພັນຂອງ​ບໍລິສັດ ​ໃນ​ວັນທີ່ 8 ພະຈິກ ນີ້ແລ້ວ ສະ​ນັ້ນ​ຂ່າວ​ລື​ທີ່ Nexus Two ຈະ​ມາ​ຈາກ Samsung ຈຶ່ງ​ມີ​ຄວາມ​​ເປັນ​ໄປ​ໄດ້​ສູງ.

ນອກຈາກນີ້ທາງເວັບໄຊຕ໌ Gizmodo ລາຍ​ງານ​ວ່າ Samsung Nexus Two ເປັນຄວາມ​ຈິງ ແຖມ​ຍັງ​ອ້າງ​ອີກວ່າ ພວກເຂົາ​ໄດ້​ລົມ​ກັບ​ແຫ​ລ່ງ​ຂ່າວ​ທີ່​ໄດ້​ມີ​ໂອ​ກາດ​ສຳ​ຜັດ​ມື​ຖື​ລຸ້ນ​ໃໝ່​ນີ້​ແລ້ວ​ດ້ວຍ ໂດຍ​ລະ​ບຸ​ວ່າ Nexus Two ມີ​ຄວາມ​ຄ້າຍ​ຄືກັບ Galaxy S ຫລາຍ ສ່ວນ​ຂອບ​ມີ​ການ​ປັບ​ໃຫ້​ໂຄ້ງ​ມົນ​ຈົນ​ໃຫ້​ຄວາມ​ຮູ້ສຶກຄືກັບວ່າ​ບາງ​ລົງ ແຕ່​ສ່ວນ​ທີ່​ໜາ​ສຸດ​ຂອງ​ຕົວ​ເຄື່ອງ​ຈະ​ເທົ່າ​ໆ ກັບ Galaxy S ສຳລັບ​ຄຸນສົມບັດ​ພາຍ​ໃນ​ເຄື່ອງ ໜ້າ​ຈໍ AMOLED 4 ນິ້ວ, ຕົວ​ຖັງ​ໂຄ້ງ​ມົນ​ໂດຍ​ຮອບ, ມີ​ກ້ອງ​ດ້ານ​ໜ້າ, ລະບົບປະຕິບັດການ​ທີ່​ໃຊ້​ຄາດ​ວ່າ​ເປັນ Android 3.0 ແຕ່​ຕອນ​ເປີດ​ຕົວ​ ​​ຄົງຈະຍັງ​ເປັນ Android 2.2

ຂໍ້​ມູນ​ຈາກ:wwwery, arip

ລອງອ່ານກ່ຽວກັບ  MWC 2012: Samsung ເປີດໂຕແທັບເລັດ Galaxy Note 10.1

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.