ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Yahoo ປັບລະບົບການ Search ເທຶ່ອໃຫຍ່ ແບບຍົກເຄື່ອງ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ Yahoo ກຳ​ລັງ​ສົ່ງ​ປະສົບການ​ໃໝ່​ໃຫ້​ກັບ​ຜູ້​ໃຊ້​ບໍລິການ​ເ​ສິດເອັນຈິ້ນ​ຂອງ​ທາງ​ບໍລິສັດ​ດ້ວຍ​ການ​ຈັດ ລະບຽບ​ຜົນ​ການຄົ້ນຫາ​ໃຫ້​ກະ​ຊັບ ສາມາດ​ເບິ່ງເຫັນ ແລະ​ເຂົ້າ​ເຖິງ​ສ່ວນ​ໃຊ້​ງານ​ຕ່າງໆ ໄດ້​ວ່ອງໄວ​ຂຶ້ນ​ດ້ວຍ​ແທັບ (tab) ແຖມ​ຍັງ​ຍົກ​ເຄື່ອງ​ບໍລິການ​ຄົ້ນຫາ​ເທິງ​ມື​ຖື ລວມ​ເຖິງ​ການ​ນຳ​ສະເໜີ​ປະ​ເດັນ​ຮ້ອນ​ທີ່​ມີ​ການ​ສືບ​ຄົ້ນ​ເທິງ Yahoo ທີ່​ໜ້າ​ໂຮມ​ເພດ​ໃຫ້​ຜູ້​ໃຊ້​ເຂົາ​ເຖິງ​ໄດ້​ໂດຍ​ສະ​ດວກ​ດ້ວຍ

ການ​ປັບ​ໂສມ​ເທື່ອ​ນີ້​ຍັງ​ລວມ​ເຖິງ​ການ​ເພີ່ມ​ຄວາມ​ສະຫລາດ​ໃນ​ການ​​ຄົ້ນຫາດ້ວຍ​ເຊັ່ນ: ເມື່ອ​ຜູ້​ໃຊ້​ຄົ້ນ​ຫາ​ຂໍ້​ມູນ​ກ່ຽວກັບ​ວົງ​ການ​ບັນ​ເທີງ ຫລື​ຫົວຂໍ້​ຂ່າວ​ທີ່​ກ່ຽວ​ຂ້ອງ ແທນ​ທີ່​ຈະ​ສະແດງ​ລາຍ​ການ​ຜົນ​ການຄົ້ນຫາຍາວ​ໆ​ກໍ​ຈະ​ປ່ຽນ​ເປັນ​ກ່ອງ​ຜົນ​ການຄົ້ນຫາ​ທີ່​ມາ​ພ້ອມ ກັບ​ແທັບ​ໃນ​ແນວ​ຕັ້ງ ຊຶ່ງ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ເຂົ້າ​ເຖິງ​ຜົນ​ການຄົ້ນຫາດ້ວຍ​ວິທີ​ຕ່າງໆ ຕົວ​ຢ່າງ​ເຊັ່ນ: ຖ້າ​ພິມ​ຊື່​ຫນັງ​ເຂົ້າໄປ ທ່ານຈະ​ໄດ້​ຜົນ​ລັບ​ເປັນ​ຂ່າວ​ລ່າ​ສຸດ​ກ່ຽວກັບ​ໜັງ​ເລື່ອງ​ນັ້ນໆໃນ​ແທັບ ” Overview” ແລະ​ສາມາດ​ອ່ານ​ລີ​ວິວ​ໜັງ​ເລື່ອງ​ດັ່ງ​ກ່າວ​ໃນ​ແທັບ “Stories” ຫລື​ເບິ່ງ​ຕົວ​ຢ່າງ​ໜັງ​ໃນ​ແທັບ ” Videos” ຫລື​ຕິດ​ຕາມ​ກະ​ແສ​ສັງຄົມ​ກ່ຽວກັບ​ໜັງ​ໃນ​ແທັບ ” Twitter”

ການ ປັບ​ໂສມ​ຂອງ Yahoo ເຮັດໃຫ້​ມັນ​ແຕກ​ຕ່າງ​ຈາກ Bing ຂອງ Microsoft ຢ່າງ​ສິ້ນ​ເຊີງ ເຖິງວ່າ​ທັງ​ສອງ​ເວັບ​ໄຊຕ໌​ຈະ​ຕັ້ງ​ຢູ່​ເທິງ​ພື້ນ​ຖານ​ເທກ​ໂນ​ໂລ​ຍີ​ດຽວ​ກັນ ຢ່າງໃດ​ກໍ​ດີ ເຫດຜົນ​ສຳຄັນ​ຄື Yahoo ຕ້ອງ​ການເຮັດໃຫ້​ ເສິດເອັນຈິ້ນ​ມີ​ຄວາມ​ກະ​ຊັບ​ຫລາຍ​ຂຶ້ນ ແລະ​ຄົ້ນຫາໄດ້ຕົງຕາມຄວາມຕ້ອງການ ແທນ​ທີ່​ຈະໃຫ້​ຜູ້​ໃຊ້​ຕ້ອງ​ໄປ​​ຫາ​ຈາກ​ລາຍ​ການ​ລິ້ງຜົນ​ການຄົ້ນຫາທີ່​ຍາວໆ ຊຶ່ງ​ນອກ​ຈາກ​ຈະ​ເຮັດໃຫ້​ຜົນ​ການຄົ້ນຫາໃນ​ການ​ຄົ້ນ​ຫາ​ງ່າຍ ແລະຕົງຂື້ນຕໍ່​ຄຳ​ຕອບ​ທີ່​ຕ້ອງ​ການ​ໄດ້​ໄວ​ຂຶ້ນ​ແລ້ວ Yahoo ຍັງ​ພະຍາຍາມ​ຊ່ວຍ​ຕັດ​ສິນ​ໃຈ​ສິ່ງ​ທີ່​ຜູ້​ໃຊ້​ກຳ​ລັງ​ຈະ​ຄົ້ນ​ອີກ​ດ້ວຍ ຢ່າງ​ເຊັ່ນ: ເມື່ອ​ຜູ້​ໃຊ້​ພິມ​ຊື່​ນັກ​ດົນຕີ​ເຂົ້າໄປ​ໃນ​ຊ່ອງ​ເ​ສິດ Yahoo ຈະ​ແນະ​ນຳ​ຊື່​ຕ່າງໆ ທີ່​ກ່ຽວ​ຂ້ອງ​ໃຫ້​ອີກ​ດ້ວຍ ຍິ່ງ​ໄປ​ກວ່າ​ນັ້ນ​ມຸມ​ເທິງ​ເບື້ອງຂວາ​ຂອງ​ໂຮມ​ເພດ​ໃໝ່ Yahoo ຍັງ​ສະແດງ​ລາຍ​ການ​ຫົວຂໍ້​ທີ່​ກຳ​ລັງ​ໄດ້ຮັບ​ຄວາມ​ສົນ​ໃຈ ແລະ​ເມື່ອ​ຄິກ​ເທິງ​ລິ້ງເຫລົ່າ​ນີ້ ຜູ້​ໃຊ້​ຈະ​ຖືກ​ພາ​ໄປ​ຍັງ​ໜ້າ​ຜົນ​ລັບ​ເລື່ອງ​ດັ່ງ​ກ່າວ​ໂດຍ​ສະເພາະ

ບໍ່​ພຽງ​ແຕ່ Yahoo ຈະ​ປັບ​ໂສມ​ໂຮມ​ເພດ​ໃຫ້​ບໍລິການ​ເທິງ​ຄອມພິວເຕີ​ເທົ່າ​ນັ້ນ ແຕ່​ມັນ​ຍັງມີ​ການ​ປັບ​ປ່ຽນ​ໜ້າ​ເວັບ​ໃຫ້​ບໍລິການ​ເທິງ​ມື​ຖື​ດ້ວຍ​ການ​ໃຊ້​ເທກ​ໂນ​ໂລ​ຍີ HTML5 ອີກ​ດ້ວຍ ຕົວ​ຢ່າງ​ເຊັ່ນ ການ​ຄົ້ນ​ຫາ​ລາ​ຄາ​ຫຸ້ນຫ​ລາຍ​ຕົວ​ຈະ​ເຮັດໃຫ້​ຜູ້​ໃຊ້​ໄດ້​ພົບ​ກັບ​ລາ​ຄາ​ລ່າ​ສຸດ ແລະ​ລາຍ​ງານ​ຂ່າວ​ທີ່​ກຽວ​ຂ້ອງ​ກັບ​ຫຸ້ນ​ຕົວ​ນັ້ນ ຕາມ​ດ້ວຍ​ລາຍ​ການ​ຜົນ​ລັບ ໂດຍ​ສາມາດ​ໃຊ້​ບໍລິການ​ໄດ້​ທີ່ m.yahoo.com

ແຫລ່ງຂ່າວ: softpedia, Arip

ລອງອ່ານກ່ຽວກັບ  Yahoo ມາແປກ ປ່ອຍແອັບຯ AppSpot ພ້ອມບໍລິການ App Search

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.