ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Wi-Fi Direct ມາດຕະຖານໃຫມ່ຈາກ Wi-Fi Alliance

Video, ຂ່າວໄອທີ

ຫລາຍຄົນທີ່ໃຊ້ໂທລະສັບມືຖືອາດຈະຄຸ້ນເຄີຍກັບການສົ່ງໄຟລ໌ ບໍ່ວ່າຈະເປັນຮູບ, ເພງ, ວິດີໂອ ຫລືລວມໄປເຖິງໄຟລ໌ຂໍ້ມູນຕ່າງໆ ລະຫວ່າງໂທລະສັບມືຖື ກັບ ໂທລະສັບມືຖືດ້ວຍກັນ ຜ່ານເທັກໂນໂລຢີທີ່ຊື່ວ່າ Bluetooth ແຕ່ທຸກຄົນກະຈົ່ມວ່າມັນຊ້າສຳຫລັບສົ່ງໄຟລ໌ທີ່ມີຂະຫນາດໃຫຍ່. ແຕ່ປະຈຸບັນໄດ້ມີເທັກໂນໂລຢີໃຫມ່ ທີ່ຈະມາແທນ Bluetooth ແລ້ວ ນັ້ນກໍ່ຄື Wi-Fi Direct.

ລາຍງານຂ່າວລ່າສຸດ Wi-Fi Alliance ໄດ້ປະກາດເປີດໂຕມາດຕະຖານໃຫມ່ທີ່ຊື່ວ່າ Wi-Fi Direct ແລະເລີ່ມຮັບຮອງ ອຸປະກອນທີ່ໃຊ້ Wi-Fi Direct ແລ້ວ. ເຊິງເທັກໂນໂລຢີນີ້ ເຮັດໃຫ້ອຸປະກອນສາມາດເຊື່ອມກັນໄດ້ ແບບ ຈຸດຕໍ່ຈຸດ ໂດຍບໍ່ຕ້ອງເພີ່ງພາ Router ແຕ່ຢ່າງໃດ. ເທັກໂນໂລຢີ່ນີ້ບໍ່ໄດ້ເປັນເທັກໂນໂລຢີໃຫມ່ແຕ່ຢ່າງໃດ ເຊິງກ່ອນຫນ້ານີ້ກໍ່ມີ Nintendo DS ແລ້ວ.

ຈຸດເດັ່ນຂອງເທັກໂນໂລຢີນີ້ ແມ່ນຢູ່ທີ່ ມີຄວາມໄວ, ພຶ້ນທີ່ກວ່າງຂຶ້ນ ເພາະ ເປັນລະບົບ 802.11b/g/n ແຖມຍັງມີລະບົບຮັກສາຄວາມປອດໄພທີ່ດີຂຶ້ນ ໂດຍການເຂົ້າລະຜ່ານ WPA2. ເຊິງຄວາມໄວຂອງມັນຢ່າງຕຳຕາມມາດຕະຖານໂທລະສັບທົວໄປມີຢູ່ ກໍ່ຈະຢູ່ປະມານ 56Mbps ແຕ່ປະຈຸບັນ ຖ້າຫາກເປັນ ມາດຕະຖານ 802.11n ກໍຈະໄດ້ຄວາມໄວສູງສຸດເຖິງ 300Mbps (ແຕ່ສອງອຸປະກອນຕ້ອງເປັນ 802.11n ນຳກັນ).

ເວົ້າລວມແລ້ວການເຮັດວຽກຂອງມັນກໍ່ຄ້າຍຄືກັບເທັກໂນໂລຢີ Bluetooth ພຽງແຕ່ມັນປ່ຽນມາເປັນ Wi-Fi ເທົ່ານັ້ນ ແລະມີຄວາມປອດໄພຂຶ້ນ, ສົງໄຟລ໌ໄດ້ໄກຂຶ້ນ ແຖມຍັງໄວອີກຕາງຫາກ. ແຕ່ເທັກໂນໂລຢີນີ້ ຈະບໍ່ມີພຽງແຕ່ມືຖືເທົ່ານັ້ນ ມັນອາດຈະຖືກຈັບໃສ່ໃນອຸປະກອນຕ່າງໆເຊັ່ນ: ກ້ອງຖ່າຍຮູບ, ໂທລະທັດ, ແທັບເລັດ ແລະອື່ນໆອີກ. ຕ້ອງຖ້າຕິດຕາມຕໍ່ໄປ.

ປລ: ຕໍ່ໄປ ເວລາສິສົ່ງໄຟລ໌ໃຫ້ຫມູ່ຫລືຄົນອື່ນໆ ກໍ່ບໍ່ຕ້ອງກັງວົນແລ້ວ ວ່າມັນຈະຊ້າ.

ທີ່ມາ: mashable

ລອງອ່ານກ່ຽວກັບ  Google TV ເປີດໂຕແລ້ວ ພ້ອມບໍລິການ ໃນໄວໆນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.