ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄວາມຮູ້ສຳຫລັບ QR Code ແມ່ນຫຍັງ ເຮັດວຽກແບບໃດ

ລາຍງານພິເສດ

ຄິວ​ອາລ໌​ໂຄ້​ດ (QR Code) ຫລື ຫລາຍຄົນເອີ້ນວ່າ​ບາລ໌​ໂຄ້​ດ 2 ມິ​ຕິ ຄື​ລະ​ຫັດ​ຊະນິດ​ໜຶ່ງ​ຊຶ່ງ​ສາມາດ​ເກັບ​ຂໍ້​ມູນ​ໄດ້ ມີ​ລັກສະນະ​ເປັນ​ຮູບ​ສີ່​ຫລ່ຽມ​ຂາວ​ດຳ ສ່ວນຫລາຍມັກນິຍົມ​ໃຊ້​ເກັບ​ຂໍ້​ມູນ​ສິນ​ຄ້າເຊັ່ນ: ຊື່​ສິນ​ຄ້າ, ລາ​ຄາ​ສິນ​ຄ້າ, ເບີລ໌​ໂທລະສັບ, ອີເມວແລະ​ຊື່​ເວັບ​ໄຊຕ໌.

ຄິວ​ອາລ໌​ໂຄ້​ດ(QR Code)  ເປັນ​ການ​ພັດທະນາ​ມາ​ຈາກ ບາລ໌​ໂຄ້​ດ ຖືກ​ຄິດ​ຄົ້ນ​ຂຶ້ນ​ໃນ​ປີ ຄ. ສ. 1994 ໂດຍ​ບໍລິສັດ​ສັນ​ຊາດ​ຍີ່​ປຸ່ນ ທີ່​ຊື່ເດນ​ໂຊ ແລະ ​ໄດ້​ຈົດ​ທະ​ບຽນ​ລິຂະສິດ​ຊື່  ” QR Code”  ໄປ​ແລ້ວ​ທັງ​ໃນ​ຍີ່​ປຸ່ນ ແລະ ​ທົ່ວ​ໂລກ ອັກສອນ​ຫຍໍ້ ” QR” ຫຍໍ້​ມາ​ຈາກ Quick Response ຫລື ​ການ​ຕອບສະຫນອງ​ທີ່​ວ່ອງໄວ ຊຶ່ງ​ເປັນ​ຄຳທີ່​ນິ​ຍາມ​ຈາກ​ຜູ້​ຄິດ​ຄົ້ນ​ທີ່​ພັດທະນາ​ໃຫ້​ຄິວ​ອາລ໌​ໂຄ້​ດສາມາດ​ອ່ານ​ໄດ້​ຢ່າງ ວ່ອງໄວ ການ​ອ່ານ ຄິວ​ອາລ໌​ໂຄ້​ດ ນິຍົມ​ໃຊ້​ກັບ​ໂທລະ​ສັບ​ມື​ຖື ລຸ້ນ​ທີ່​ມີ​ກ້ອງ​ຖ່າຍຮູບ ແລະ ​ສາມາດ​ຕິດ​ຕັ້ງ​ຊອ​ຟ​ແວລ໌​ເພີ່ມເຕີມ​ໄດ້

ໃນປະຈຸບັນ QR Code ນອກ​ຈາກ​ຈະ​ເອົາ​ໄວ້​ໃຊ້​ໃນ​ວົງ​ການ​ຄ້າ​ຂາຍ​ສິນ​ຄ້າ ຫລື​ ຂົນ​ສົ່ງ​ແລ້ວ ຍັງ​ເປັນ​ທີ່​ນິຍົມ​ນຳ​ເອົາ​ມາ​ໃຊ້​ໃນ​ກາ​ນຕະຫລາດອີກ​ດ້ວຍ ສ່ວນຫລາຍເຮົາມັກ​ຈະເຫັນ QR Code ໄປ​​ຢູ່​ຕາມ​ໂຄສະນາ ໃນ​ນິຕະຍາສານ, ຫນັງສືພິມ, ນາມບັດ ລວມໄປເຖິງປ້າຍໂຄສະນາເປັນ​ຕົ້ນ ຊຶ່ງ​ເຮົາ​ສາມາດ​ໃຫ້ QR Code ນີ້ ເກັບ​ຂໍ້​ມູນ url ຂອງ​ເຮົາ​ໄດ້ ແລະ ​ດ້ວຍ​ຄວາມ​ທັນ​ສະໄໝ ເຮົາຍັງ​ສາມາດ​ຕິດ​ຕັ້ງ​ຊອ​ຟົຕ໌​ແວລ໌​ສຳລັບ​ອ່ານ QR Code ຫລື 2D Bar Code ນີ້​ໄວ້​ໃນ​ໂທລະ​ສັບ​ມື​ຖື​ໄດ້​ງ່າຍໆ. ເມື່ອໄປ​ພົບເຫັນ QR Code ໃນ​ທີ່ຕ່າງໆ ເຮົາກໍ​ສາມາດ​ເອົາໂທລະສັບ​ມື​ຖື​ໄປຖ່າຍເອົາ ຫລື scan ເພື່ອ​ຮັບ​ຂໍ້​ມູນ​ນັ້ນ​ມາ​ໄດ້ໂດຍ​ສະ​ດວກ​ແລະງ່າຍດາຍ.

ບໍລິການຂອງ QR Code ແມ່ນທຸກຄົນສາມາດສ້າງໄດ້ແລ້ວກໍ່ບໍ່ມີຄ່າໃຊ້ຈ່າຍໃດໆທັ້ງສິ້ນ ສາມາດເຂົ້າໄປສ້າງໄດ້ທີ່ http://qrcode.kaywa.com ແລະ ສຳຫລັບໃຜທີ່ມີຊອ​ຟົຕ໌​ແວລ໌​ສຳລັບ​ອ່ານ QR Code ເທິງໂທລະສັບມືຖືແລ້ວ ຫລື ຫາກຍັງບໍ່ມີ ກໍ່ເຂົ້າໄປດາວນ໌ໂຫລດໄດ້ທີ່ http://reader.kaywa.com/getit ແລ້ວກໍ່ທຳການດາວນ໌ໂຫລດມາຕິດຕັ້ງລົງໂທລະສັບ ແລ້ວລອງ scan ເບິງໂຄ້ດຂ້າງລຸ່ມນີ້ເບິງ ຫລັງຈາກນັ້ນກໍ່ຈະເຫັນລິ້ງເຂົ້າຊື່ເວັບໄຊຕ໌ຂອງພວກເຮົາທັນທີ.

ປລ: ປະຈຸບັນກໍ່ມີບໍລິການຄ້າຍຄືກັບ QR Code ເຊິງເປັນການພັດທະນາຈາກ Microsoft ເຊິ່ງເອີ້ນວ່າ Microsoft Tag ລອງໄປອ່ານເພີ່ມເຕີມໄດ້ ຄິກທີ່ນີ້

ລອງອ່ານກ່ຽວກັບ  ມາຮູ້ຈັກກັບ Thunderbolt ເທັກໂນໂລຢີໃຫມ່ ຖ່າຍໂອນຂໍ້ມູນທີ່ໄວທີ່ສຸດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.