ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SupperComputer ທີ່ໄວທີ່ສຸດໃນໂລກ ຕົກເປັນຂອງ ຈີນແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດມີການລາຍງານວ່າ ຈີນໄດ້ກາຍເປັນຈີນໄປຮຽບຮ້ອຍແລ້ວ ເຊິງມີຊືື່ວ່າ Tianhe-1A ທີ່ຕັ່ງຢູ່ໃນ ສູນ SupperComputer ແຫ່ງຊາດທີ່ ທຽນຈິນ ປະເທດຈີນ ເຊິ່ງມີສະຫມັດທະນະໃນການເຮັດວຽກໄດ້ 2.507 petaflops ຈາກການວັດ ແລະ ຈັດອັນດັບໂດຍ Linpack, ໂດຍໄດ້ແຊງຫນ້າ SupperComputer ທີ່ໄວທີ່ສຸດໃນໂລກກ່ອນຫນ້ານີ້ເຊິ່ງແມ່ນ Cray XT5 Jaguar ທີ່ໃຊ້ກັບ Oak Ridge National Lab ສະຫະລັດອາເມລິກາ ເຊິ່ງມີສະຫມັດທະນະການເຮັດວຽກຢູ່ທີ່ 1.75 petaflops.

ໃນການ​ທົດສອບ​​ເທື່ອ​ນີ້ Tianhe-1A ໃຊ້​ 7,168 NVIDIA Tesla M2050  ແລະ​  14,336 Intel Xeon CPU ຊຶ່ງ​ໃຊ້​ພະລັງ​ງານ 4.04 ເມ​ກະ​ວັດ ຄ່າໃຊ້ຈ່າຍຕົກຢູ່ທີ່ 88ລ້ານຫລຽນຯ ມີທັງຫມົດ 103ຕູ້ ນ້ຳຫນັງລວມ 155ໂຕນ. ​ຖ້າຫາກ Tianhe-1A ຍັງ​ຄັງຮັກສາລະ​ດັບ​ນີ້​ໄວ້​ໄດ້ ກໍ​ຈະ​ມີການ​ປັບ​ຂຶ້ນ​ເປັນ​ອັນ​ດັບ 1 ໃນ Top500 SupperComputer ​ອາທິດ​ໜ້າ​ນີ້

ທີ່ມາ:mashable

Supercomputer ແມ່ນຫຍັງ?

Supercomputer ຖື​ໄດ້​ວ່າ​ເປັນ​ຄອມພິວເຕີ​ທີ່​ມີ​ຄວາມ​ໄວ​ຫລາຍ ແລະ ​ມີ​ປະ​ສິດ​ທິ​ພາບ​ສູງ​ສຸດ​ເມື່ອ​ທຽບ​ກັບ​ຄອມພິວເຕີ​ຊະນິດ​ອື່ນ ໆ ເຄື່ອງ Supercomputer ມີ​ລາ​ຄາ​ແພງ​ຫລາຍ ມີ​ຂະໜາດ​ໃຫຍ່ ສາມາດ​ຄິດໄລ່​ທາ​ງຄະ​ນິດ​ສາດ​ໄດ້​ຫລາຍ​ແສນ​ລ້ານ​ເທື່ອ​ຕໍ່​ວິ​ນາ​ທີ ແລະ​ ໄດ້ຮັບ​ການ​ອອກ​ແບບ ເພື່ອ​ໃຫ້​ໃຊ້​ແກ້​ບັນຫາ​ຂະໜາດ​ໃຫຍ່​​ທາງ​ວິທະຍາ​ສາດ ​ແລະ ທາງ​ວິ​ສາວະກຳ​ໄດ້​ຢ່າງໄວວາ ເຊັ່ນ: ການ​ພະຍາກອນ​ອາ​ກາດ​ລ່ວງ​ໜ້າ​​ເວລາ​ຫລາຍ​ມື້ ການສຶກສາ​ຜົນ​ກະທົບ​ຂອງ​ມົນ​ລະພິດ​ ກັບ​ ສະພາ​ວະ​ແວດ​ລ້ອມ​ຊຶ່ງ​ຫາກ​ໃຊ້​ຄອມພິວເຕີ​ຊະນິດ​ອື່ນໆ ແກ້​ໄຂ​ບັນຫາ​ປະ​ເພດ​ນີ້ ອາດຈະ​ຕ້ອງ​ໃຊ້​ເວລາ​ໃນ​ການ​ຄິດໄລ່​ຫລາຍ​ປີ​ກວ່າ​ຈະ​ສຳເລັດ​. ໃນ​ຂະນະ​ທີ່​ Supercomputer ສາມາດ​ແກ້​ໄຂ​ບັນຫາດັ່ງກ່າວໄດ້​ພາຍ​ໃນ​ເວລາ​ພຽງບໍ່ເທົ່າໃດ​ຊົ່ວ​ໂມງ​ເທົ່າ ນັ້ນ ເນື່ອງ​ຈາກ​ການ​ແກ້​ບັນຫາ​ໃຫຍ່​ໆ ຈະ​ຕ້ອງ​ໃຊ້​ຫນ່ວຍ​ຄວາມ​ຈຳ​ສູງ ດັ່ງ​ນັ້ນ Supercomputer ຈຶ່ງ​ມີ​ຫນ່ວຍ​ຄວາມ​ຈຳ​ທີ່​ໃຫຍ່​ຫລາຍ Supercomputer ມີ​ຫລາຍ​ປະ​ເພດ ຕັ້ງ​ແຕ່​ລຸ້ນ​ທີ່​ມີ​ຫນ່ວຍ​ປະ​ມວນ​ຜົນ (processing unit) 1 ຫນ່ວຍ ຈົນ​ເຖິງ​ລຸ້ນ​ທີ່​ມີ​ຫນ່ວຍ​ປະ​ມວນ​ຜົນ​ຫລາຍ​ໝື່ນ​ຫນ່ວຍ​ຊຶ່ງ​ສາມາດ​ເຮັດວຽກ ​ຫລາຍ​ຢ່າງ​ໄດ້ພ້ອມໆກັນ.

ລອງອ່ານກ່ຽວກັບ  Twitter For Mac ກຳລັງຈະອອກ ໃນ Mac App Store

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.