ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະຫລຸບ ງານ “Back to the Mac” ຂອງ Apple

ຂ່າວໄອທີ

ຫລັງຈາກທີ່ໄດ້ຊົມ Live ງານ Back to the Mac ທີ່ Apple ຈັດຂຶ້ນ ມື້ຄືນນີ້ຕາມເວລາປະເທດລາວເຊິງໃນງານກໍ່ໄດ້ມີການອັບເດດ ຫລາຍໆຢ່າງ ກ່ຽວກັບ Apple ແລະເຮົາກໍ່ສະຫລຸບໄດ້ດັ່ງຂ້າງລຸ້ມນີ້.

MacBook Air ໂຕໃຫມ່ເຊິງມີສອງຂະຫນາດໃຫ້ເລືອກຄື 11.6-ນິ້ວ ແລະ 13.3-ນິ້ວ ເຊິງລາຄາສຳຫລັບ 11.6-ນິ້ວ ນັ້ນເລີ່ມຕົ້ນທີ່ 999 ຫລຽນຯ ແລະ 13.3-ນິ້ວ ເລີ່ມຕົ້ນທີ່ 1,299 ຫລຽນຯ ລາຍລະອຽດເພີ່ມເຕີມ ຈະມາອັບເດດພາຍຫລັງ.

Mac OS X Lion ເວີຊັ່ນນີ້ຈະມີຟີເຈີລໃຫມ່ໆ ຫລາຍຢ່າງ ລວມທັງເພີ່ມຄວາມສາມາດ ທີ່ຊື່ວ່າ Mission Control ເຊິງເປັນຟີເຈີ່ລທີ່ຫນ້າໃຊ້ຫລາຍ ແຕ່ຈະອອກມາໃຫ້ໃຊ້ໃນ ລະດູຮ້ອນປີຫນ້າ ( Summer 2010 ).

App Store for Mac ເຊິງ Apple ຈະເປີດ App Store ສຳຫລັບ Mac ເຊິງຈະຄ້າຍຄື App store ຂອງ iPhone, iPad  ແລະຈະເລີ່ມເປີດຢ່າງເປັນທາງການ ໃນອີກ 90ວັນ ທາງຫນ້ານີ້

FaceTime for Mac ໃນທີ່ສຸດ Apple ກໍ່ໄດ້ເພີ່ມບໍລິການ ຍອດນິຍົມຢ່າງ FaceTime ລົງໄປໃນ Mac ເຊິງຈະສາມາດໂທແບບເຫັນຫນ້າກັບອຸປະກອນຕ່າງໆ ຂອງ Apple  ທີ່ຮອງຮັບ FaceTime (ຕອນນິກໍ່ຈະມີ iPhone 4, iPod Touch 4) ນັ້ນສະແດງວ່າ iPad ລຸ້ນຕໍ່ໄປຂອງ Apple ຈະຕ້ອງ ມີ FaceTime ມາດ້ວຍຢ່າງແນ່ນອນ ລາຍລະອຽນເພີ່ມເຕີມ ແລະດາວນ໌ໂຫລດ www.apple.com/mac/facetime

iLife 11 ເຊິງເວີຊັ່ນນີ້ຈະມີ iPhoto 11, iMovie 11, GarageBand 11. ເຊິງຈະຖືກຕິດຕັ້ງລົງໄປໃນ ເຄື່ອງ Mac ໃຫມ່ທຸກຫນ່ວຍ ແລະລາຄາສຳລັບອັບເກຼດກໍ່ຢູ່ທີ່  49ຫລຽນຯ ແລະສຳຫລັບໃຜທີ່ຫາກໍ່ຊື້ Mac ໄປໃຫມ່ໆກໍ່ສາມາດອັບເກຼດໄດ້ໃນລາຄາພຽງແຕ່  6.99ຫລຽນຯ ເທົ່ານັ້ນ. ລາຍລະອຽດເພີ່ມເຕີມ www.apple.com/ilife

ທີ່ມາ: Mashable

ລອງອ່ານກ່ຽວກັບ  Adobe ອຸດ​ຊ່ອງ​ໂຫວ່ Flash ອາທິດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.