ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜິຍຍອດຂາຍ SmartPhone ທົວໂລກ ໄຕມາດທີ່ 3 ປິ 2010

ຂ່າວໄອທີ

ລາຍງານຂ່າວລ່າສຸດ ເຜີຍຍອດຂາຍໂທລະສັບມືຖື ສະມາດໂຟນ ທົວໂລກ ໃນໄຕມາດທີ່ສາມຂອງປີ 2010 ສະພາບໂດຍລວມ ແມ່ນມີການເຕີບໂຕຂຶ້ນຫລາຍ ເຖິງ 78% ຍອດລວມທັງຫມົດຂອງທຸກຢີ່ຫໍ້ຢູ່ທີ່ 77ລ້ານເຄື່ອງ. ໂດຍອັນດັບຫນຶ່ງ ຍັງເປັນ Nokia ເຊິງເຮັດຍອດຂາຍໄດ້ເຖິງ 26.5 ລ້ານເຄື່ອງ ກິນສ່ວນແບງຕະຫລາດໄປ 34% ແລະ ອັນດັບສອງ Apple ຍອດຂາຍ 14.1ລ້ານເຄື່ອງກິນສ່ວນແບ່ງ 18.3% ແລະອັນດັບສາມ ເປັນ Rim ເຮັດຍອດຂາຍໄດ້ 12.4ລ້ານເຄື່ອງ ກິນສ່ວນແບ່ງຕະຫລາດໄປ 16.1%.

ໃນໄຕມາດນີ້ແມ່ນ Apple ໄດ້ແຊງຫນ້າ Rim ຂຶ້ນມາເປັນອັນດັບສອງ ໂດຍ Apple ມີສ່ວນແບ່ງເພີ່ມຂຶ້ນເປັນ 18.3% ຍອດຂາຍ ຈຳນວນ 14.1ລ້ານ ເຄື່ອງ ແລະ Rim ລຸດລົງເຫລືອ 16.1% ຍອດຂາຍຈຳນວນ 12.4ລ້ານເຄື່ອງ ເຊິງກ່ອນຫນ້ານີ້ແມ່ນ Rim ມີສ່ວນແບ່ງຫລາຍກວ່າ Apple, ໂດຍມີ 19.6% ເປັນຂອງ Rim ໂດຍມີຍອດຂາຍຈຳນວນ 8.5ລ້ານເຄື່ອງ ແລະ 17% ເປັນຂອງ Apple ມີຍອດຂາຍ 7.4ລ້ານເຄື່ອງ.

ແຕ່ຢ່າງໃດກໍ່ຕາມສຳຫລັບ Nokia ເຖິງຈະຍັງເປັນທີ່ຫນຶ່ງ ແຕ່ວ່າ ຍອດຂາຍກັບຫລຸດລົງເຖິງ 37.8% ໂດຍມີຍອດຫລຸດລົງຈາກປີ 2009 ທີ່ມີຍອດຂາຍ 67.8ລ້ານເຄື່ອງ ແຕ່ມາເຖິງໄຕມາດທີສາມຂອງປິນີ້ມີພຽງ 26.5ລ້ານເຄື່ອງເທົ່ານັ້ນ ເຊິງຕອນນີ້ Apple ກໍ່ນຳມາກາຍເຄິງຂອງຍອດຂາຍຂອງ Nokia ແລ້ວ ໂດຍຢູ່ທີ່ 14.1 ລ້ານ ເຄື່ອງທົວໂລກໃນຕອນນີ້.

ປລ: Apple ມາແຮງອີຫລິ 😀 ຈັງໃດກໍ່ຕິດຕາມກັນຕໍ່ໄປ.

ທີ່ມາ: Strategy Analytics

ລອງອ່ານກ່ຽວກັບ  HP ປະກາດວັນວາງຂາຍ HP TouchPad ຢ່າງເປັນທາງການ 1ກໍລະກົດ ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.