ເລື່ອງລາວຂອງ TECH, STARTUP, ແລະ DIGITAL

steve jobs ຕັດບົດ ຈະບໍ່ມີ iPad ຂະຫນາດ 7 ນິ້ວແນ່ນອນ

ຂ່າວໄອທີ

ວັນຈັນ​ທີ່​ຜ່ານມາ ໃນ​ລະຫວ່າງ​ການ​ປະ​ຊຸມ​ທາງ​ໂທລະສັບ​ ປະ​ເດັນ​ກ່ຽວກັບ​ທິດ​ທາງ​ໃນ​ໄຕ​ມາດ​ທີ່ 4 ຂອງ Apple ສຳລັບ​ປີ​ນີ້ Steve Jobs ຊີ​ອີ​ໂອ​ຂອງ Apple ກ່າວ​ວ່າ ທາງ​ບໍລິສັດ​ບໍ່​ມີ​ແນວ​ຄິດ​ທີ່​ຈະ​ອອກ​ແທັບ​ເລັດ ຫລື iPad ທີ່​ມີ​ໜ້າ​ຈໍ​ຂະໜາດ 7 ນິ້ວ​ແຕ່​ຢ່າງ​ໃດ.

“ເຫດຜົນ​ທີ່​ເຮົາ​ບໍ່​ເຮັດ iPad ທີ່​ມີ​ໜ້າ​ຈໍ​ຂະໜາດ 7 ນິ້ວ​ກໍ​ເພາະ​ວ່າ ເຮົາ​ບໍ່​ໄດ້​ຕ້ອງ​ການ​ຫລິ້ນ​ເກມ​ລາ​ຄາ ເຮົາ​ຄິດວ່າ ໜ້າ​ຈໍ​ຂະໜາດ​ນັ້ນ​ມັນ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສະແດງ​ຜົນ​ຊອຟົຕ໌​ແວລ໌” Steve Jobs ກ່າວ “ໃນ​ຖານະ​ບໍລິສັດ​ທີ່​ຂັບ​ເຄື່ອນ​ທຸລະກິດ​ດ້ວຍ​ຊອ​ຟົຕ໌​ແວລ໌ ເຮົາ​ຄິດ​ກ່ຽວກັບ​ເລື່ອງ​ຂອງ​ກົນ​ລະຍຸດຊອ​ຟົຕ໌​ແວລ໌​ເປັນ​ອັນ​ທຳອິດ ” Steve Jobs ຮູ້ດີວ່າ ນັກ​ພັດທະນາ​ບໍ່​ຕ້ອງ​ການ​ຈັດການ​ກັບ​ໜ້າ​ຈໍ​ຂະໜາດ​ຕ່າງໆ ຊຶ່ງ​ເຮັດໃຫ້​ຕ້ອງ​ປັບ​ປ່ຽນ​ຊອຟົຕ໌​ແວລ໌​ທຸກ​ເທື່ອ​ທີ່​ຂະໜາດ​ໜ້າ​ຈໍ​ປ່ຽນ ດັ່ງ​ນັ້ນ​ການ​ຕັດ​ສິນ​ໃຈ​ບໍ່​ເຮັດ iPad ຂະໜາດ 7 ນິ້ວ​ບໍ່ແມ່ນ​ເລື່ອງ​ຂອງ​ລາ​ຄາ ແຕ່​ເປັນ​ເລື່ອງ​ຂອງ​ຄຸນຄ່າ​ຜະລິດຕະພັນ ຊຶ່ງ​ມີ​ປັດ​ໄຈ​ສຳຄັນ​ຢູ່​ທີ່​ຊອຟົຕ໌​ແວລ໌.

“ສິ່ງ ທີ່ Apple ກຳ​ລັງ​ເຮັດ​ກໍ​ຄື ຜະລິດຕະພັນ​ທີ່​ດີ​ທີ່ສຸດ​ທີ່​ເຮັດໃຫ້​ຜູ້​ບໍລິ​ໂພກ​ຮູ້ສຶກ​ຄຸ້ມ​ຄ່າ ແລະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເຮັດ ແລະ​ເຮົາ​ຈະ​ເຮັດ​ສິ່ງ​ນັ້ນ​ກັບ iPad ແລະ iPod” Steve Jobs ກ່າວ ນັກ​ວິ​ເຄາະ​ຖາມ​ Steve Jobs ​ວ່າ: ແລ້ວ​ພວກເຂົາ​ຈະ​ຕອບ​ໂຕ້​ຢ່າງໃດ? ແລ້ວ Apple ຈະ​ບໍ່​ເສຍ​ສ່ວນ​ແບ່​ງຕະຫລາດ​ໄປ​ຫວາຫາກ​ຜູ້​ບໍລິ​ໂພກ​ຫັນ​ໄປ​ໃຫ້​ຄວາມ​ສົນ​ໃຈ​ເລື່ອງ​ຂອງ​ລາ​ຄາ​ທີ່​ຖືກ​ກວ່າ​ແລກ​ກັບ​ຄຸນສົມບັດ​ທີ່​ລຸດລົງ​. Steve Jobs ​ກ່າວ​ວ່າ “ເຈົ້າ​ກຳ​ລັງ​ເຂົ້າໃຈ​ມັນ​ຜິດ… ເພາະ​ເຈົ້າ​ກຳ​ລັງ​ເບິງໄປ​ທີ່​ເກມ​ຂອງ​ຜູ້​ຜະລິດ​ຮາລ໌​ດ​ແວລ໌ ຊຶ່ງ​ບໍ່​ໄດ້​ຮູ້​ເລື່ອງ​ກ່ຽວກັບ​ຊອຟົຕ໌​ແວລ໌​ເທົ່າໃດ ໂດຍ​ຄິດ​ໄປ​ເອງ​ວ່າ ຊອຟົຕ໌​ແວລ໌​ຈະ​ຈັດການ​ກັບ​ຂໍ້​ຈຳ​ກັດ​ໄດ້​ເອງ  ອືມ… ຖາມວ່າ ເຮົາ​ສາມາດ​ເຮັດໃຫ້​ iPad ຖືກ​ກວ່າ​ໄດ້​ບໍ? ກໍ​ແຄ່​ເຮັດ​ໜ້າ​ຈໍ​ໃຫ້​ນ້ອຍ​ລົງ ໂພ​ເຊດ​ເຊີລ໌​ທີ່​ຄວາມ​ໄວ​ຕ່ຳ​ກວ່າ​ນີ້ ຫນ່ວຍ​ຄວາມ​ຈຳ​ນ້ອຍ​ໜ່ອຍ ແລ້ວ​ເຈົ້າ​ຄິດວ່າ ຊອຟົຕ໌​ແວລ໌​ຈະ​ເຮັດວຽກ​ເທິງ​ຜະລິດຕະພັນ​ເຫລົ່າ​ນີ້​ໄດ້​ດີ​ຢ່າງ​ນັ້ນຫວາ? ແຕ່​ມັນ​ບໍ່ແມ່ນ” Steve Jobs ກ່າວ​ຕໍ່​ອີກວ່າ “ນັກ​ພັດທະນາ​ຕ້ອງ​ການ​ໃຊ້​ຂໍ້​ໄດ້​ປຽບ​ຈາກ​ໂພ​ເຊດ​ເຊີລ໌​ທີ່​ໄວ​ກວ່າ ແລະ​ໜ້າ​ຈໍ​ທີ່​ໃຫຍ່​ກວ່າ​ໃນ​ການເຮັດໃຫ້​ແອບ​ພິ​ເຄ​ຊັນ​ຂອງ​ພວກເຂົາ​ເຮັດວຽກ​ໄດ້​ດີກວ່າ ແລະ​ເປັນ​ທີ່​ພໍ​ໃຈ​ຂອງ​ລູກ​ຄ້າ ເຮົາ​ມີ​ຄວາມ​ເຂົ້າໃຈ​ໃນ​ອຸປະກອນ​ພວກ​ນີ້​ແທ້ໆ” Steve Jobs ​ກ່າວ​ປິດ​ທ້າຍ

ຂໍ້​ມູນ​ຈາກ: AppleInsider, Arip

ລອງອ່ານກ່ຽວກັບ  Apple ຂະຫຍາຍກິດຈະການ App Store ໄປອີກ 32 ປະເທດ ລວມເຖິງປະເທດລາວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.