ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype 5 ເວີຊັ່ນເຕັມອອກແລ້ວ ເຊື່ອມຕໍ່ກັບ Facebook ໄດ້ພ້ອມ

ຂ່າວໄອທີ

ຫລັງຈາກອອກເວີຊັ່ນ 5 Beta ມາໃຫ້ທົດລອງໃຊ້ກັນດົນພໍສົມຄວນແລ້ວ. ປະຈຸບັນ Skype ເວີຊັ່ນ 5​​ ກໍ່ອອກເວີຊັ່ນເຕັມໃຫ້ດາວນ໌ໂຫລດ ແລະ ອັບເດດກັນແລ້ວ ເຊິງເວີຊັ່ນນີ້ກໍ່ຈະມີການເຮັດ Video Group ຫລື ໂທແບບເຫັນຫນ້າໄດ້ຫລາຍໆຄົນພ້ອມກັນ ຈາກທີ່ເຄີຍລອງມາໃນເວີຊັ່ນ Beta ນັ້ນໄດ້ສູງສຸດ 5ຄົນ ແລະ ອີກຟີເຈີລ໌ໃຫມ່ທີ່ເພີ່ມມາໃນເວີຊັ່ນເຕັມນີ້ກໍ່ຄືສາມາດເຊື່ອມຕໍ່ກັບ Facebook ໄດ້ ເວົ້າງ່າຍໆກະແມ່ນເຮົາຈະສາມາດຫລິ້ນ Facebook ຢູ່ໃນໂປຼແກຼມ Skype ໄດ້ເລີຍ.

ຫາກໃຜມີໂປຼແກຼມໃນເຄື່ອງແລ້ວສາມາດອັບເດດເປັນເວີຊັ່ນ 5 ໄດ້ແລ້ວມື້ນີ້ໂດຍການເຂົ້າໄປທີ່ Help —> Check For Updates ໃນໂປຼແກຼມເລີຍ. ຫາກຍັງບໍ່ມີ ຫລື ຢາກດາວນ໌ໂຫລດມາເກັບໄວ້ ກໍ່ສາມາດເຂົ້າໄປດາວນ໌ໂຫລດມາໃຊ້ໄດ້ແລ້ວມື້ນີ້ ທີ່ http://www.skype.com ແລ້ວກໍ່ລອງ Add ມາຫາເຮົາໄດ້ເນາະເພຶ່ອທົດລອງໂທເຫັນຫນ້າແບບຫລາຍໆຄົນພ້ອມກັນ.

ລອງອ່ານກ່ຽວກັບ  Skype ບຸກຕະຫຼາດ Android ເປີດຮອງຮັບ Video Call ໃນ Android ອີກຫຼາຍລຸ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.