ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ປ່ອຍ Microsoft Office 365 ແຂ່ງກັບ Google App

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ Microsoft ໄດ້​ແນະ​ນຳ Office 365 ບໍລິການ​ຊອຟົຕ໌​ແວລ໌ Office ແລະ e-mail ເວີລ໌​ຊັນ​ເຮັດວຽກ​ເທິງ​ເວັບ ໂດຍ Microsoft ຕ້ອງ​ການ​ຕໍ່​ກອນ​ກັບ Google Apps ທີ່​ໃຫ້​ບໍລິການ​ເວັບ​ແອບຯ ຢ່າງ Word ແລະ ​Spreadsheets ດ້ວຍ​ຄ່າ​ສະມາຊິກ 50 ຫລຽນຯ ຕໍ່​ປີ ໃນ​ຂະນະ​ທີ່ MS Office 365 ຈະ​ເກັບ​ຄ່າ​ບໍລິການ​ຢູ່​ທີ່ 72 ຫລຽນຯ (ປະ​ມານ 2,200 ບາດ) ຕໍ່​ປີ ຊຶ່ງ​ຜູ້​ໃຊ້​ທີ່​ສົນ​ໃຈ​ສາມາດ​ລົງ​ທະ​ບຽນ​ໃຊ້​ງານ​ໄດ້​ຟຼີໂດຍ Microsoft ຈະ​ເລີ່ມ​ເກັບ​ຄ່າ​ບໍລິການ​ໃນ​ປີ 2011

Microsoft ກ່າວ​ວ່າ Office 365 ຈະ​ເປັນ​ເທື່ອ​ທຳອິດຂອງ​ການ​ໃຫ້​ບໍລິການ​ກັບ​ທຸລະກິດ​ດ້ວຍ​ຊຸດ​ຊອຟົຕ໌​ແວລ໌ Office ເທິງ​ເວັບ​ດ້ວຍ​ຮູບ​ແບບ​ຂອງ​ການ​ເກັບ​ຄ່າ​ບໍລິການ​ລາຍ​ເດືອນ ທັງ​ນີ້​ເນື່ອງ​ຈາກ​ແນວ​ໂນ້ມ​ຂອງ ທຸລະກິດ​ສະໄໝ​ໃໝ່​ຕ້ອງ​ການ​ໃຫ້​ພະ​ນັກ​ງານ​ໃຊ້​ໂປ​ແກມ​ຕ່າງໆ ທີ່​ໂຮດຕ໌​ຢູ່​ເທິງ​ເວັບ ແລະ​ເຮັດວຽກ​ຜ່າ​ນບຼາວ​ເຊີລ໌ ຊຶ່ງ​ປະ​ຫຍັດ ປອດ​ໄພ ແລະ​ໃຫ້​ຄວາມ​ຍືດ​ຍຸ່ນ​ໃນ​ການ​ໃຊ້​ງານ​ຫລາຍກວ່າ.

ໃນ ສ່ວນ​ຂອງ Microsoft Office 365 ສຳລັບ SMEs ທີ່​ມີ​ຜູ້​ໃຊ້​ບໍ່​ເຖິງ 25 ຄົນ ບໍລິການ​ຈະ​ປະກອບ​ດ້ວຍ​ຊອຟົຕ໌​ແວລ໌ Office 2010 ເວີລ໌​ຊັນ​ເທິງ​ເວັບ SharePoint Online, Exchange Online ແລະ Lync Online ໂດຍ​ໃຫ້​ບໍລິການ​ໃນ​ຮູບ​ແບບ​ຂອງ Cloud ຊຶ່ງ​ຈະ​ເກັບ​ຄ່າ​ບໍລິການ 6 ຫລຽນຯຕໍ່​ເດືອນ ກໍລະນີ​ທີ່​ເປັນ​ອົງ​ກອນ​ຂະໜາດ​ໃຫຍ່ Microsoft ຈະ​ເປີດ​ໂອ​ກາດ​ໃຫ້​ສາມາດ​ເລືອກ​ໃຊ້​ບໍລິການ​ຕາມ​ຄວາມ​ເໝາະ​ສົມ​ຂອງພະ​ນັກ​ງານ​ແຕ່​ລະ​ຫນ່ວຍ​ງານ ທີ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໃຊ້​ແອບຯ​ແຕກ​ຕ່າງ​ກັນ ຊຶ່ງ​ຈະ​ເຮັດໃຫ້​ຄ່າ​ບໍລິການ​ຍືດ​ຫຍຸ່ນ​ຕາມ​ໄປ ດ້ວຍ ໂດຍ​ເລີ່ມ​ຕັ້ງ​ແຕ່ 2 – 27 ຫລຽນຯຕໍ່​ເດືອນ ສຳລັບໃຜ​ທີ່​ສົນ​ໃຈ​ສາມາດໄປເບິງລາຍ​ລະອຽດ​ເພິ່ມເຕິມ ​ຄິກ​ເຂົ້າໄປ​ເບິ່ງ​ໄດ້​ທີ່ www.office365.com

ທີ່ມາ:zdnet, arip

ລອງອ່ານກ່ຽວກັບ  ກະຊວງຍຸດຕິທຳສະຫະລັດ ສອບສວນແອບເປີນຂໍ້ຫາຜູກຂາດອື່ນໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.