ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MacBook Air 11ນິ້ວ ຖືກຊຳແຫລະແລ້ວ ໂດຍ ifixit

ຂ່າວໄອທີ

ຫລັງຈາກເປີດໂຕພ້ອມວາງຂາຍບໍ່ເທົ່າໃດມື້ MacBook Air ລຸ້ນ 11ນິ້ວ ກໍ່ຖືກ ifixit ເຈົ້າເກົ່າ ຊຳແຫລະແລ້ວ ໂດຍ iFixit ໄດ້​ໂພສ​ຮູບການ​ຊຳ​ແຫລະ​​ເຄື່ອງ​ MacBook Air ລຸ້ນ 11ນິ້ວ​ອອກ​ມາ​ໃຫ້​ເຫັນ​ພາຍ​ໃນ​ແລ້ວ ໂດຍ​ພື້ນ​ທີ່​ພາຍ​ໃນ ແລະ​ນ້ຳ​ໜັກ​ສ່ວນ​ໃຫຍ່​ຂອງ​ຕົວ​ເຄື່ອງ​ເກີດ​ຈາກ​ການ​ໃຊ້​ແບດ​ເຕີ​ລີ່​ເຖິງ 6 Cell ​ທີ່ວາງຢາຍກັນເປັນລະບຽບ​ພາຍໃຕ້​ຕົວ​ເຄື່ອງຂອງ​ທີ່ບາງເບົາ. ຢ່າງໃດກໍ່ຕາມ ອົງປະກອບ​ພາຍ​ໃນ​ຈະ​ແຕກ​ຕ່າງ​ຈາກ​ທີ່​ໃຊ້​ໃນ​ລຸ້ນ 13ນິ້ວ ຊຶ່ງ​ໃຊ້​ແບດ​ເຕີ​ລີ່​ພຽງແຕ່ 4 Cell ​ເທົ່າ​ນັ້ນ ໂດຍ​ຈະ​ມີ​ຂະໜາດ​ໃຫຍ່​ກວ່າ ແລະ​ເຮັດໃຫ້​ມັນ​ສາມາດ​ໃຊ້​ງານ​ໄດ້​ດົນ​ຕໍ່​ເນື່ອງເຖິງ 7ຊົວໂມງ.

ໃນສ່ວນ​ຂອງ Mainboard ເຫັນວ່າມັນຈະມີຊ່ອງສຽບກາດຄວາມ​ຈຳ​ແຟຼັດ​ຂະຫນາດຄວາມ​ຈຸ 64GB (ຕາມຮູບທາງເທິງນີ້ບາງຄົນຄິດວ່າແມ່ນ RAM) ແລະອີກຢ່າງມັນຖືກອອກແບບມາເປັນພິເສດສຳຫລັບ MacBook Air ລຸ້ນນີ້ເທົ່ານັ້ນ ບໍ່ສາມາດຊື້ຈາກບ່ອນອື່ນໄດ້

MacBook Air ລຸ້ນ​ໃໝ່​ຍັງ​ຄົງ​ໃຊ້​ຊິບ Wi-Fi ແລະ Bluetooth ຂອງ Broadcom ເຊັ່ນ​ດຽວ​ກັນກັບ​ທີ່​ໃຊ້​ໃນ MacBook Pros ລຸ້ນ​ປະຈຸບັນ ແຕ່​ເພື່ອ​ໃຫ້​ມັນ​ໃສ່​ເຂົ້າໄປ​ໃນ​ຕົວ​ຖັງ​ທີ່​ບາງ​​ໄດ້ ຮູບ​ແບບ​ຂອງ​ຊິບ​ໄດ້​ຖືກ​ອອກ​ແບບ​ໃໝ່​ໃຫ້​ມີ​ລັກສະນະ​ທີ່​ແຕກ​ຕ່າງ​ກັນ​ໄປ ສ່ວນ​ລະບົບ​ລະບາຍ​ຄວາມ​ຮ້ອນ​ຈະ​ໃຊ້​ພັດ​ລົມ​ຂະໜາດ​ນ້ອຍ​ຕົວ​ດຽວ​ເທົ່າ​ນັ້ນ

ໃນສ່ວນ​ຂອງ​ແຜ​ງວົງ​ຈົນ​​ຂອງ MacBook Air ຈະມີ​ໂພ​ເຊດ​ເຊີລ໌ Intel Core 2 Duo 1.4GHz ຊິບ​ກາດຈໍ Nvidia GeForce 320M ແລະ​ຫນ່ວຍ​ຄວາມ​ຈຳ Ram 2GB

ຂໍ້ມູນເພີ່ມເຕີມທີ່: iFixit

ລອງອ່ານກ່ຽວກັບ  Google Earth 6 ມາແລ້ວ ພ້ອມກັບ ຟີເຈີຕົ້ນໄມ້ 3 ມິຕິ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.