ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LegacyLocker ກ່ອງມໍລະດົກອອນໄລນ໌ ຂອງໂລກດິຈິຕອນ

FREE WARE, ລາຍງານພິເສດ

ໃນປະຈຸບັນຊີວິດ​ຄົນ​ເຮົາ​ຜູກ​ພັນ​ກັບ​ໂລກ​ອອນ​ໄລນ໌​ຫລາຍ​ຂຶ້ນ ແຕ່ມີໃຜເຄີຍຄິດບໍ່ຖ້າຫາກເຮົາຕາຍໄປຈາກໂລກນີ້ແລ້ວໃຜຈະສືບເນື່ອງ ຫລື ຮັກສາສິງຂອງເລື່ອງລາວແລະອື່ນໆ ຢູ່ເທິງໂລກອິນເຕີລເນັດຂອງເຮົາ ເຊິງຕອນນີ້ກໍ່ມີບໍລິການເກັບຂໍ້ມູນທຸກຢ່າງຂອງເຮົາ ເທິງໂລກອິນເຕີລເນັດ ທີ່ຊືວ່າLegacyLocker. ເຊິ່ງ  LegacyLocker ​ໄດ້​ຖື​ກຳ​ເນີດ​ຂຶ້ນ​ມາ ເພື່ອ​ສ້າງ​ກ່ອງ​ນິລະ​ໄພ​​ເພື່ອ​ເກັບ​ມໍລະດົກ​ແບບດິ​ຈິ​ຕອນ​ໄວ້​ໃຫ້​ລູກ​ຫລານ ຫລື ຄົນທີ່ເຮົາຕ້ອງການຢາກມອບໃຫ້. LegacyLocker ກໍ່ຕັ້ງໂດຍ Jeremy Toeman​ ທີ່​ຊານ​ຟານ​ຊິດ​ໂກ​.

LegacyLocker ຈະ​ເປັນ​ຄືກັບກ່ອງ​ນິລະ​ໄພ​ສ່ວນ​ຕົວ​ສຳລັບ​ຂໍ້​ມູນ ຫລື ມໍລະດົກເທິງໂລກອິນເຕີລເນັດ ​ທີ່​ຕ້ອງ​ມີ​ບັນ​ຊີ ທີ່​ໃຊ້​ລະ​ຫັດ​ຜ່ານ​ເພື່ອ​ເຂົ້າ​ເຖິງ ລວມ​ເຖິງ​ສຳ​ເນົາ​ເອກະສານ​ຫລື​ ວິ​ດີ​ໂອ​ ແລະອື່ນໆ. ນອກ​ຈາກ​ນັ້ນ ຜູ້ໃຊ້ບໍລິການ​ຍັງ​ສາມາດ​ຖິ້ມ​ຂໍ້ຄວາມ​ໄວ້​ສົ່ງ​ເຖິງ​ທາຍາດ ຫລື ຜູ້​ຮັບ​ມໍລະດົກ​ເມື່ອ​ຕົນ​ເສຍຊີວິດ.

ສຳລັບບໍລິການຂອງ​ LegacyLocker ນັ້ນມີ​ວັດ​ຖຸ​ປະສົງ​ຫລັກ​ເພື່ອ​ເປັນ​ກ່ອງ​ນິລະໄພ​ອອນ​ໄລນ໌​ສຳລັບ​ບັນ​ຊີ​ອິນ​ເຕີລ໌​ເນັດ ​ທີ່ຕ້ອງ​ໃຊ້​ລະ​ຫັດ​ຜ່ານ ແລະ​ ຂະນະ​ນີ້ກຳ​ລັງ​ສ້າງ​ເຄື່ອງ​ມື​ເພຶ່ອ​ເຕີມ​ເຕັມ​ວິ​ໄສ​ທັດ​ໃນ​ການ​ເປັນ​ຄັງມໍລະດົກ​ອອນ​ໄລນ໌ ທີ່​ມີ​ລະບົບຮັກສາຄວາມ​ປອດ​ໄພ​ສຳລັບ​ມໍລະດົກ​ສະເຫມືອນ​ຂອງ​ສະມາຊິກ. Jeremy Toeman​ ກຳ​ລັງ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ອັບ​ໂຫລດ ແລະ​ຜົນ​ງານ​ທາງ​ອອນ​ໄລນ໌​ອື່ນໆ ທີ່​ເປັນ ‘ມໍລະດົກ​ດິ​ຈິ​ຕອນ’ ທີ່​ຄວນ​ລວມ​ຢູ່ໃນ​ມໍລະດົກ​ທີ່​ຄວນ​ແບ່ງ​ປັນ​ໃຫ້​ທາຍາດ​ເມື່ອ​ຄົນໆ ນັ້ນ​ຈາກ​ໄປ

ໃຜສົນໃຈກໍ່ສາມາດເຂົ້າໄປໃຊ້ໄດ້ເລີຍທີ່ www.legacylocker.com ຄ່າບໍລິການດັ່ງກ່າວແມ່ນມີສາມແບບໃຫ້ເລືອກ ມີແບບຟຼີມາໃຫ້ແຟນໆທີ່ອ່ານເວັບຂອງພວກເຮົາດ້ວຍ, ແບບທີ່ສອງກໍ່ຈ່າຍລາຍປີ  $29.99 ຕໍ່ປີ, ຖ້າໃຜບໍ່ຢາກຈ່າຍຫລາຍຄັ້ງກໍ່ເອົາແບບທີ່ສາມເລີຍຈ່າຍເທຶ່ອດຽວຈົບ $299.99 . ເບິງໄດ້ທາງລຸ່ມນີ້ເລີຍ

legacylocker

ລອງອ່ານກ່ຽວກັບ  Twitter ແມ່ນຫຍັງ Facebook ແມ່ນຫຍັງ ຕ່າງກັນແນວໃດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.