ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone App ໃນ iTunes Store ມີຍອດທະລຸ 3 ແສນແອບຯ ແລ້ວ

ຂ່າວໄອທີ

ລາຍ​ງານ​ຂ່າວ​ຈາກ​ເວັບ​ໄຊຕ໌ Venture Beats ລະ​ບຸ​ວ່າ ມື້​ວານ​ນີ້​ມີ​ແອບຯ ​ທີ​ອັບ​ໂຫລດ​ເພີ່ມ​ໃນ​ມື້​ດຽວ 1,000 ແອບຯ ເຮັດໃຫ້​ຍອດ​ແອບຯ ​ທີ່​ທາງ iTunes App Store ສາມາດ​ໃຫ້​ບໍລິການ​ກັບ​ຜູ້​ບະ​ຫລິ​ໂພກ​ໄດ້​ເພີ່ມ​ຈຳນວນ​ເປັນ 300,975 ແອບຯ ໂດຍ​ໃນ​ຈຳນວນ​ນີ້​ແບ່ງ​ເປັນ 206,828 ແອບຯ ​ທີ່​ຕ້ອງ​ຊື້ ແລະ 94,147 ແອບຯ ​ທີ່​ສາມາດ​ດາວນ໌​ໂຫລດ​ໄດ້​ຟຼີ ຊຶ່ງ​ເປັນ​ອີກ​ກ້າວຫນຶ່ງ​ທີ່​ສຳຄັນ​ຂອງ Apple ທີ່​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ຖິ້ມ​ຫ່າງ​ຄູ່​ແຂ່ງ ແລະ​ ມັນ​ອາດຈະ​ໃຊ້​ເວລາ​ບໍ່​ເຖິງ​ສອງ​ປີ​ທີ່ iTunes App Store ຈະ​ສາມາດ​ມີ​ແອບຯ ​ໄວ້​ໃຫ້​ບໍລິການ​ຜູ້​ໃຊ້​ເຖິງ 1 ລ້ານ​ຕົວ ພາຍໃຕ້​ເງື່ອນ​ໄຂ​ອັດຕາ​ການ​ເຕີບໂຕ​ຂອງ​ແອບຯ ​ຍັງ​ຄົງ​ເປັນ​ເຊັ່ນ​ນີ້ ແລະ​ ກະ​ຕິ​ກາ​ໃນ​ການ​ພິຈາລະນາ​ແອບຯ​ບໍ່​ເຂ້ມ​ໄປ​ກວ່າ​ເກົ່າ

ສາ​ເຫດ ທີ່​ເຮັດໃຫ້​ແອບຯ ​ເທິງ iOS ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ​ນັ້ນ​ເປັນ​ເພາະ​ວ່າ ແພດ​ຟອລ໌​ມຂອງ​ການ​ພັດທະນາ​ທີ່​ຄ່ອນ​ຂ້າງ​ໃຊ້​ງານງ່າຍ ໃນ​ຂະນະ​ທີ່​ນັກ​ພັດທະນາ​ຮູ້ສຶກ​ພໍ​ໃຈ​ກັບ​ການ​ທີ່​ໄດ້ຮັບ​ລາຍ​ໄດ້​ຈາກ​ການ​ພັດທະນາ​ແອບຯ ​ເຂົ້າໄປ​ຂາຍ​ເທິງ​ແພດ​ຟອລ໌​ມ​ນີ້ ຢ່າງໃດ​ກໍ​ຕາມ ຫາກ​ປຽບທຽບ​ກັບ​ຄູ່​ແຂ່ງ AndroLib.com ລະ​ບຸ​ວ່າ ປະຈຸບັນ Android Market ມີ​ແອບຯ ​ໄວ້​​ໃຫ້​ບໍລິການ 113,123 ແອບຯ ໃນ​ຂະນະ​ທີ່ Google ຫາກໍ່​ກ່າວ​ເມື່ອ​ອາທິດ​ທີ່​ຜ່ານມາ​ວ່າ ມີ​ແອບຯ​ໃຫ້​ບໍລິການ​ 90,000 ແອບຯ ​ເທົ່າ​ນັ້ນ ຢ່າງໃດ​ກໍ​ຕາມ ເລື່ອງ​ຂອງ​ຈຳນວນ​ບໍ່ແມ່ນ​ປະ​ເດັນ ມັນ​ເປັນພຽງແຕ່​ຕົວ​ເລກ​ທີ່​ໃຊ້​ໃນ​ເກມສ໌​ການຕະຫ​ລາດ​ເທົ່າ​ນັ້ນ ມີ​ແອບຯ​ຫລາຍ​ແສນ​ຕົວ​ທີ່​ຜູ້ໃຊ້ບໍ່ສົນໃຈ ໃນ​ຂະນະ​ທີ່​ຄຸນນະພາບ​ຂອງ iPhone apps ແລະ Android apps ບໍ່​ໄດ້​ມີ​ຄວາມ​ຕ່າງ​ກັນ​ແຕ່​ຢ່າງ​ໃດ

ທີ່ມາ: pcmag, Arip

ລອງອ່ານກ່ຽວກັບ  Apple ປະກາດຈະຈັດງານເປີດໂຕ iPhone ຢ່າງເປັນທາງການແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.