ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC HD7 ສະມາດໂຟນ ລະບົບປະຕິບັດການ Windows Phone 7

ຂ່າວໄອທີ

ຫລັງຈາກເປີດ​ຕົວ Windows Phone 7 ຊຶ່ງ​ມີ​ບັນດາ​ຜູ້​ຜະລິດ​ມື​ຖື​ຕ່າງ​ກໍ​ອອກ​ມາ​ແນະ​ນຳ​ສະ​ມາດໂຟນ​ທີ່​ໃຊ້​ລະບົບ​ປະຕິບັດການ ຕົວ​ນີ້​ກັນ​ຫລາຍພໍ​ສົມຄວນ ບໍ່​ວ່າ​ຈະ​ເປັນ LG ຫລື Samsung  ແຕ່​ມື້ນີ້ຈະມາເວົ້າເຖິງ HTC HD7

ຫລັງ ຈາກ​ທີ່ Windows Phone 7 ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ ລ່າ​ສຸດ​ທາງ​ບໍລິສັດ​ໄດ້​ແນະ​ນຳ HTC HD7 ສະ​ມາດ​ໂຟນ​ລຸ້ນ​ໃໝ່​ທີ່​ໃຊ້​ລະບົບ​ປະຕິບັດການ Windows Phone 7 ໂດຍ​ຄາດ​ວ່າ​ຈະ​ສາມາດ​ວາ​ງຕະຫລາດ​ໄດ້​ໃນ​ຊ່ວງ​ປາຍ​ປີ​ນີ້

HTC HD7 ມາ​ພ້ອມ​ກັບ​ໜ້າ​ຈໍ​ສຳ​ຜັດຂະຫນາດ 4.3 ນິ້ວ ພາຍ​ໃນ​ໃຊ້​ໂພ​ເຊດ​ເຊີລ໌​ຄວາມ​ໄວ 1GHz (ຄວາມ​ໄວ​ຂັ້ນ​ຕ່ຳ​ສຳລັບ​ລັນ Windows Phone 7) ສະ​ຕໍ​ເລດ​ພາຍ​ໃນ 16GB ແລະ​ກ້ອງ 5 ລ້ານ​ພິກ​ເຊວ ສາມາດ​ບັນ​ທຶ​ກວິ​ດີ​ໂອ 720p ດ້ວຍ​ຂະໜາດ ແລະ​ສະ​ເປັກ​ລະ​ດັບ​ນີ້ ຫນ້າຈະເປັນຄູ່ແຂ່ງກັບ iPhone ຂອງ Apple ໄດ້​ເປັນ​ຢ່າງ​ດີ ນອກ​ຈາກ​ນີ້ HTC ຍັງມີ​ສະ​ມາດ​ໂຟນ Windows Phone 7 ອີກ 3 ລຸ້ນ​ໄດ້​ແກ່ HTC Mozart, HTC Trophy ແລະ HTC HD7 Pro ປະ​ເດັນ​ທີ່​ໜ້າ​ຕິດ​ຕາມ​ກໍ​ຄື Windows Phone 7 ຈະ​ສາມາດ​ດຶງ​ຜູ້​ໃຊ້​ໃຫ້​ກັບ​ມາ​ສົນ​ໃຈ​ໄດ້​ຫລາຍ​ຫລືຫນ້ອຍປານໃດຕ້ອງຕິດຕາມກັນຕໍ່ໄປ

ທີ່ມາ: Arip,pcmag

ລອງອ່ານກ່ຽວກັບ  ຕົ້ນເເບບ Windows Phone7 ຂອງ Samsung

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.