ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວິທີເອົາ Gmail ມາເຂົ້າໄປແຊັດ ໃນ Windows Live Messenger

How To...

ຫລາຍຄົນມັກໃນການໃຊ້ງານ Gmail ຂອງກູເກີ້ນ ແຕ່ກະມັກກັບການແຊັດ ໃນ Windows Live Messenger ຄົນສ່ວນໃຫຍ່ແກ້ໄຂບັນຫານີ້ ດ້ວຍການສະຫມັກທັງສອງເລີຍ. ແຕ່ມື້ນີ້ເຮົາມີທິບນ້ອຍໆມາແນະນຳ ບາງທີມັນອາດຊ່ວຍທ່ານໄດ້ຫລາຍ ນັ້ນກໍ່ຄືການ ນຳເອົາບັນຊີ Gmail ໄປແຊັດຢູ່ໃນ Windows Live Messenger ກັບຫມູ່ເພື່ອນທີ່ໃຊ້ Hotmail ຫລື ອີເມວຂອງ Microsoft ໄດ້ຄືກັບທ່ານກຳລັງໃຊ້ ອີເມວຂອງ Microsoft ຢູ່ເລີຍ ບໍ່ເວົ້າຫລາຍເຂົ້າສູ່ຂັ້ນຕອນກັນເລີຍເນາະ.

1. ກ່ອນອື່ນກໍ່ພຽງເຂົ້າໄປທີ່ http://passport.net ຫລັງຈາກນັ້ນກໍ່ລື່ນລົງມາຫາແທບ Sign up today ແລ້ວກໍ່ຈະມີເນຶ້ອໃນເລັກຫນ້ອຍມີສາມແບບໃຫ້ເລືອກ ເຊິງຂັ້ນຕອນນີ້ໃຫ້ຄິກ Get started now ໂຕທີ່ສອງ(ຄິກລິ້ງນີ້ເລີຍກໍ່ໄດ້) ຕາມຮູບທາງລຸ່ມນີ້

2. ຫລັງຈາກຄິກເຂົ້າໄປແລ້ວກໍ່ຈະມີບ່ອນໃຫ້ໃສ່ຂໍ້ມູນສະຫມັກເພຶ່ອໃຫ້ Gmail ຂອງເຮົາເຂົ້າໄປແຊັດຢູ່ Windows Live Messenger ຫລືຫລາຍຄົນເອີ້ນວ່າ MSN ຕາມຮູບທາງລຸ່ມນີ້ ເຮົາກໍ່ຕື່ມຂໍ້ມູນຕາມປົກກະຕິ ລະຫັດຜ່ານນັ້ນບໍ່ຈຳເປັນຕ້ອງຄືກັບ Gmail ຂອງເຮົາກໍ່ໄດ້

3. ຫລັງຈາກຕື່ມຫມົດແລ້ວ ຕາມຮູບທາງເທິງນີ້ ກໍ່ຄິກ Continue ເພຶ່ອດຳເນີນການຕໍ່ໄປ ແລ້ວກໍ່ຈະພົບຫນ້າລີວິວເພຶ່ອຍອມຮັບຂໍ້ຕົກລົງ ເຮົາກໍ່ພຽງແຕ່ພິມອີເມວທີ່ເຮົາຈະສະຫມັກນັ້ນລົງໄປອີກເທຶ່ອຫນຶ່ງ ຕາມຮູບ ແລ້ວກໍ່ຄິກ Accept ເພຶ່ອດຳເນີນການຕໍ່ໄປ.

4.ຫລັງຈາກນັ້ນກໍ່ຈະພົບຫນ້າອ້າງອີງ ເຊິງຫນ້ານີ້ກໍ່ກົດ Continue ໄປຊື່ໆເພຶ່ອຈະໄດ້ຮັບອີເມວການຍືນຍັນໃນ Gmail ຂອງເຮົາ.

5. ຫລັງຈາກນັ້ນກໍ່ໄປກວດເບິງອີເມວໃນບັນຊີ Gmail ຂອງເຮົາ ກໍ່ຈະເຫັນອີເມວຈາກ Windows Live Team  ກໍ່ເປີດເຂົ້າໄປກໍ່ຈະເຫັນມີລິ້ງເພຶ່ອຍືນຍັນບັນຊີຂອງເຮົາ ເຫັນແລ້ວກໍ່ພຽງຄິກເຂົ້າໄປເພຶ່ອຍືນຍັນ ຕາມຮູບທາງລຸ່ມ.

6. ຫລັງຈາກນັ້ນມັນກໍ່ຈະພາເຮົາໄປຍັງຫນ້າຍືນຍັນບັນຊີຂອງເຮົາ ແລະມັນກໍ່ຈະບອກວ່າ Your email address is confirmed (ທີ່ຢູ່ອີເມວຂອງເຈົ້າໄດ້ຖືກຍືນຍັນແລ້ວ) ເທົ່ານີ້ກໍ່ສຳເລັດຜົນ ຕາມຮູບ

7. ບາດນີ້ກໍ່ເປັນຂັ້ນຕອນການໃຊ້ງານກໍ່ພຽງເຂົ້າໄປເປີດ Windows Live Messenger ເພຶ່ອ Sign in ເຂົ້າໄປ.

ປລ: ວິທີນີ້ສາມາດໃຊ້ໄດ້ກັບອີເມວທຸກປະເພດ. ຫາກໃຜທີ່ມີເວັບໄຊຕ໌ ແລະ ຢາກເອົາອີເມວເວັບໄຊຕ໌ຂອງໂຕເອງ ມາແຊັດໃນ Windows Live Messenger ກໍ່ໄດ້ເຊັ່ນດຽວກັນແລະກໍ່ປະຕິບັດແບບດຽວກັນນີ້ເລີຍ.

ລອງອ່ານກ່ຽວກັບ  ວິທີການຕັດເພງ Rintone ແລະ ອັບໂຫລດໃສ່ iPhone ແບບງ່າຍໆ ໂດຍນໍາໃຊ້ iTunes

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.