ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google TV ເປີດໂຕແລ້ວ ພ້ອມບໍລິການ ໃນໄວໆນີ້

ຂ່າວໄອທີ

ລາຍງານຂ່າວລ່າ​ສຸດ​ທາງ​ກູ​ເກີ້ນ​ໄດ້​ເປີດ​ເວັບ​ໄຊຕ໌ Google TV ຢ່າງ​ເປັນ​ທາງ​ການ ເພື່ອ​ຕຽມ​ໃຫ້​ບໍລິການ​ໃນ​ບໍ່ເທົ່າໃດອາທິດ​ຂ້າງ​ໜ້າ​ນີ້. Google TV ບໍ່​ໄດ້​ເປັນ​ພຽງໂທລະທັດທຳມະດາເທົ່າ​ນັ້ນ ແຕ່​ມັນ​ຍັງ​ມາ​ພ້ອມ​ກັບ​ແອບ​ພິ​ເຄ​ຊັນ​ຕ່າງໆ ທີ່​ສາມາດ​ໃຊ້​ງານ​ເທິງ​ໂທລະທັດ​ໄດ້​ອີກດ້ວຍ ຊຶ່ງ​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ເໝາະ​ສຳລັບ​ການ​ໃຊ້​ງານ​ເທິງ​ໜ້າ​ຈໍ​ໂທລະທັດ. ຢ່າງໃດ​ກໍ​ຕາມ ທາງ​ກູ​ເກີ້ນ​ຍັງ​ຄົງ​ເດີນຫນ້າເຈລະຈາ​ກັບ​ສື່​ຕ່າງໆ ຢ່າງ​ຕໍ່​ເນື່ອງ.

ສະຫລຸບໄດ້ວ່າ ຜູ້​ໃຊ້ Google TV ຈະ​ໄດ້ຮັບ​ປະສົບການ​ໃໝ່ໆ​ ໃນ​ການ​ຮັບ​ຊົມ​ໂທລະທັດ​ທີ່​ນອກ​ຈາກ​ຈະ​ຮັບ​ຊົມ​ລາຍ​ການ​ໂທລະທັດຕາມ​ປົກກະຕິ​ແລ້ວ ຍັງ​ສາມາດ​ທ່ອງ​ເວັບ ຫລິ້ນ​ເກມ​ອອນ​ໄລນ໌ ແລະ ຕິດ​ຕໍ່​ກັບ​ຫມູ່ເພື່ອນ​ ເທິງ ສັງຄົມອອນໄລນ໌ ຜ່ານຫນ້າ​ຈໍ​ດຽວ​ກັນ​ໄດ້​ອີກ​ດ້ວຍ. ລາຍລະອຽດເພີ່ມເຕີມ www.Google.com/tv

ປລ: ຮັບຮອງງານນີ້ເປັນຄູ່ແຂ່ງທີ່ສຳນ້ຳສົມເນຶ້ອກັບ APPLE TV ຂອງທາງ APPLE ແນ່ນອນ. ໃຜຈະກິນສ່ວນແບ່ງຕະຫລາດຫລາຍກວ່າກັນ ອັນນິຕ້ອງຖ້າເບິງຕໍ່ໄປ

ລອງອ່ານກ່ຽວກັບ  Paul Baran ຜູ້ບຸກເບີກອິນເຕີເນັດ ເສຍຊີວິດແລ້ວ ດ້ວຍໄວ 84ປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.