ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Chrome OS ຂອງ Google ພ້ອມທີ່ຈະອອກ ທ້າຍປີນີ້ແນ່ນອນ

ຂ່າວໄອທີ

ຫລາຍ​ຄົນ​ກຳລັງມັກໃນ Android ແລະ​ມັນ​ກໍ​ຢູ່ໃນ​ອຸປະກອນ​ຕ່າງໆຫຼວງຫລາຍຕັ້ງ​ແຕ່​ມື​ຖື, ແທັບ​ເລັດ, ໂທລະທັດ ລວມໄປເຖິງພິນ​ເຕີລ໌. ແຕ່​ຜູ້​ຊ່ຽວຊານ​ຍອມ​ຮັບ​ວ່າ OS ​ຕົວ​ນີ້​ບໍ່​ໄດ້​ອອກ​ແບບ​ມາ​ສຳລັບ​ການ​ໃຊ້​ງານ​ກັບ​ອຸປະກອນ​ທີ່​ມີ​ໜ້າ​ຈໍ​ໃຫຍ່ ກວ່າ “ໂທລະສັບມື​ຖື” ຫາກ​ມັນ​ບໍ່​ໄດ້ຮັບ​ການ​ປັບ​ແຕ່ງ​ແປງ​ໂສມ​ເທື່ອ​ໃຫຍ່ (Gingerbread) ໃນ​ຂະນະ​ດຽວ​ກັນ Chrome OS ຂອງ Google ລະບົບ​ປະຕິບັດການ​ທີ່​ມີ​ພື້ນ​ຖານ​ມາ​ຈາ​ກບຼາວ​ເຊີລ໌​ ທີ່​ມີ​ການ​ເວົ້າ​ເຖິງ​ມາ​​ຂ້າມ​ປີ​ແລ້ວ ກຳ​ລັງ​ຈະ​ອອກ​ມາ​ໃຫ້ເຫັນເທິງ netbook ກ່ອນທ້າຍ​ປີ​ນີ້

Sony Google TV ເປັນ​ການ​ປະສົມ​ຜະ​ສານ​ເທກ​ໂນ​ໂລ​ຍີ​ ເ​ສິລ໌​ດ​ຂອງ Google ໂດຍ​ມີ​ໂອ​ເອດ​ທີ່​ຄື Android ແລະ ​ບຼາວ​ເຊີລ໌ Chrome ເຮັດໃຫ້​ຜູ້​ໃຊ້​ທົ່ວ​ໂລກ​ໄດ້​ຕື່ນ​ເຕັ້ນ​ກັນ​ໄປ​ແລ້ວ ໂດຍ​ສະເພາະ​ຄວາມ​ສາມາດ​ທີ່​ເຮັດໃຫ້​ຜູ້​ຊົມ​ສາ​ມາດສະ​ລັບ​ການ​ໃຊ້​ງານ​ໄປ​ມາ​ລະຫວ່າງ​ໂທລະທັດ ກັບ ​ອິນເຕີລ໌​ເນັດ​ໄດ້​ຢ່າງ​ໜ້າ​ອັດສະຈັນ. ຊຶ່ງ​ຜູ້​ໃຊ້​ເຂົ້າໃຈ​ວ່າ​ມັນ​ເປັນ​ລວມ​ກຶ໋ນ​ທັງ​ໝົດ​ຂອງ Google ໃນ​ຜະລິດຕະພັນ​ໃໝ່​ນີ້​ແລ້ວ ແຕ່​ຄວາມ​ຈິງ​ກໍ​ຄື ຜູ້​ບໍລິ​ໂພກ​ຈະ​ໄດ້​ເຫັນ​ການ​ລວມ​ຄຸນສົມບັດ​ທີ່​ດີ​ທີ່ສຸດ​ຂອງ Android ກັບ Chrome OS (ໂອ​ເອດ​ທີ່​ດັດ​ແປງ​ມາ​ຈາກ Linux ໂດຍ​ໃຊ້​ບຼາວ​ເຊີລ໌ Chrome ເປັນ​ອິນ​ເຕີລ໌​ເຟ​ຊ) ທີ່​ບໍ່​ເຄີຍ​ພົບເຫັນມາກ່ອນ​ເທິງ Netbook ແລະ Tablet ໃນ​ຊ່ວງ​ປາຍ​ປີ​ນີ້​ອີກ​ດ້ວຍ.

Chrome OS ໃກ້​ຈະສຳເລັດ​ສົມບູນ​ເຕັມ​ທີ ຊຶ່ງ​ທາງ Google ໄດ້​ອອກ​ມາ​ຢືນຢັນ​ແລ້ວ​ວ່າ ຈະ​ໄດ້​ເຫັນ​ໂອ​ເອດ​ໃໝ່​ຕົວ​ນີ້​ເທິງ​ອຸປະກອນ​ຕ່າງໆ ໃນ​ຊ່ວງ​ປາຍ​ປີ​ນີ້. ປະ​ເດັນ​ຄືການ​ເກີດ​ຂອງ Chrome OS ຈະ​ສົ່ງ​ຜົນ​ກະທົບ​ຫຍັງ​ກັບ​ສ່ວນ​ແບ່​ງຕະຫ​ລາດ​ຂອງ Android ຫລື​ບໍ່? ແລ້ວ​ຜູ້​ໃຊ້​ຈະ​ບໍ່​ຮູ້ສຶກ​ສັບ​ສົນ​ຫລື​ວ່າ​ຈະ​ເລືອກ​ຫຍັງ​ດີ? ທີ່​ສຳຄັນ Google ຄົງ​ຕ້ອງ​ສ້າງ​ກະ​ແສ​ການ​ຍອມ​ຮັບ​ໃນ Chrome OS ບໍ່ແມ່ນ​ຫນ້ອຍ ເພາະ​ປະຈຸບັນ Android ໄດ້​ຄອງ​ໃຈ​ຜູ້​ບໍລິ​ໂພກ ໂດຍ​ສະເພາະ​ສະ​ມາດໂຟນ​ໄປ​ໄດ້​ບໍ່​ຫນ້ອຍ ແລະ​ກຳ​ລັງ​ລຸກລາມ​ໄປ​ຍັງ​ອຸປະກອນ​ຕ່າງໆ Google ຈະ​ແບ່ງ​ແຍກ​ໂອ​ເອດ​ສອງ​ຕົວ​ນີ້​ແນວໃດ ບໍ່​ໃຫ້​ເກີດ​ບັນຫາ​ກິນ​ສ່ວນ​ແບ່​ງຕະຫ​ລາດ​ກັນ​ເອງ​ໄປ​ພ້ອມໆ ກັບ​ສ້າງ​ຄວາມ​ເຂົ້າໃຈ​ໃຫ້​ເກີດ​ຂຶ້ນ​ໃນ​ໝູ່​ຜູ້​ບໍລິ​ໂພກ. ແນວໃດກໍ່ຕ້ອງເບິງກັນຕໍ່ໄປ ເພາະເຊຶ່ອວ່າ Google ຈະເຮັດໃຫ້ດີທີ່ສຸດ.

ທີ່ມາ: arip,accuracast

ລອງອ່ານກ່ຽວກັບ  ກູເກີ້ນຕຽມເປີດຮ້ານຂາຍ ອີບຸ໊ກ ມິຖຸນາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.