ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແຈກຟຼີ Auto CAD ສຳຫລັບ Mac ເອົາໃຈ ນັກສະຖາປັດ ທີ່ໃຊ້ Mac

FREE WARE

ຫລັງຈາກທີ່ Auto CAD ກັບມາອອກເວີຊັ່ນສຳຫລັບ Mac ອີກເທຶ່ອຫນຶ່ງ ມັນກໍ່ບໍ່ແມ່ນເລື່ອງຫນ້າແປກແລະຫນ້າຍິນດີປານໃດ ສຳຫລັບທ່ານຜູ້ອ່ານ. ແຕ່ສິ່ງທີ່ຈະເຮັດໃຫ້ນັກສຶກສາສະຖາປັດ ຫລືນັກສະຖາປັດ ຜູ້ທີ່ໃຊ້ Mac ໃນບ້ານເຮົາດີໃຈ ກັນໄປບໍ່ຫນ້ອຍກໍ່ຫລາຍ ເພາະຕອນນີ້ທາງບໍລິສັດ ໄດ້ແຈກ license Auto CAD ສຳຫລັບ Mac ໃຫ້ກັບນັກສຶກສາ ຫລືຜູ້ທີ່ສົນໃຈ ໄດ້ໃຊ້ຟຼີດົນເຖິງ 3ປີ ດ້ວຍກັນ (ລາຄາຫລາຍລ້ານກີບ) ຕໍ່ໄປນີ້ກໍ່ບໍ່ຕ້ອງໄປລະເມີດລິຂະສິດຂອງເພີ່ນແລ້ວ.

ຫາກໃຜທີ່ໃຊ້ແລ້ວຖືກໃຈກໍ່ຫາຊື້ເວີຊັນເຕັມ (ຂອງແທ້) ມາໃຊ້ ເພາະລາຄາມັນກໍ່ບໍ່ແພງເທົ່າໃດສຳຫລັບການເຮັດວຽກແບບນີ້ ເຮັດໂປຼເຈັກຫນຶ່ງກໍ່ໄດ້ເງິນຄ່າຊອຟ໌ແວຼ໌ ຄືນແລ້ວ. ຊ່ວຍກັນໃຊ້ຂອງແທ້ກໍ່ແລ້ວກັນເນາະ. ຫາກໃຜສົນໃຈຢາກດາວນ໌ໂຫລດມາໃຊ້ ກໍ່ເຂົ້າໄປລິ້ງນີ້ເລີຍ ທີ່ http://students.autodesk.com/?nd=mac4students

ປລ: ສຳຫລັບ Mac ເທົ່ານັ້ນເດີ່ ພີ່ນ້ອງ

ລອງອ່ານກ່ຽວກັບ  Mac Mini ລຸ້ນອັບເກຼດໃຫມ່ ແລະ ຫນ້າຈໍ Thunderbolt Display

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.