ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ເພີ່ມລູກຫລິ້ນໃຫ້ດາວນ໌ໂຫລດ ຂໍ້ມູນທັງຫມົດຂອງຕົວເອງ

social media, ຂ່າວໄອທີ

ລາງານຂ່າວລ່າສຸດ Facebook ອັບ​ເດດ​ຟີ​ເຈີລ໌​ໃໝ່​ ໂດຍ​ຟີ​ເຈີລ໌​ໃໝ່​ຕົວ​ນີ້​ມີ​ຊື່​ວ່າ Download Your Information ເປັນ​ຟີ​ເຈີລ໌​ທີ່​ຢູ່ໃນ​ການ​ພັດທະນາ​ຂອງ​ໂຄງ​ການ Diaspora Project ຊຶ່ງ​ສ້າງ​ໃຫ້​ມີ​ຄຸນສົມບັດ​ສ້າງ​ຄວາມ​ປອດ​ໄພ​ໃຫ້​ກັບ​ຂໍ້​ມູນ​ຂອງ​ເຮົາ​ຫລາຍ​ຍິ່ງ​ຂຶ້ນ  ໂດຍ​ເປັນ​ຟີ​ເຈີລ໌​ນີ້​ຈະເຫັນ​ກໍ່ຕໍ່ເມື່ອເຂົ້າໄປໃນ Account Settings ແລ້ວຈະມີຫົວຂໍ້ Download Your Information ເມຶ່ອເຂົ້າໄປຈະ​ມີ​ຫນ້າດາວນ໌ໂຫລດຂຶ້ນມາ  ໂດຍຈະ​ເຮັດໃຫ້​​ເຮົາ​ສາມາດ​ດາວນ໌​ໂຫລດ​ຂໍ້​ມູນ​ທຸກ​ຢ່າງ​ຂອງ​ເຮົາ​ຈາກ Facebook ນັ້ນ​ອອກ​ມາ​ໄດ້​ທັງ​ໝົດ ບໍ່​ວ່າ​ຈະ​ເປັນ​ຂໍ້​ມູນ​ໂປ​ໄຟລ໌​ຕົວ​ເອງ  ລາຍ​ຊື່​ຫມູ່, ກິດຈະກຳ​ຕ່າງໆ ຂໍ້ຄວາມ​ເທິງ​ກະ​ດານລວມທັງຮູບ​ພາບທັງຫມົດ  ຊຶ່ງ​ໄຟລ໌​ທີ່​ດາວນ໌​ໂຫລດ​ອອກ​ມາ​ນັ້ນ​ຈະ​ເປັນ​ສະ​ກຸນ.zip ທີ່ມີທາງໃນເປັນໄຟລ໌ HTML ແລະໄຟລ໌ຮູບຕ່າງໆ. ຊຶ່ງ​ການ​ດາວນ໌​ໂຫລດ​ນີ້ບໍ່​ໄດ້​ເປັນ​ການ​ລົບ​ໄຟລ໌​ຂໍ້​ມູນ​ຕ່າງໆ ອອກຈາກ Facebook ຂອງ​ເຮົາ  ແຕ່ຢ່າງໃດ ເປັນພຽງແຕ່ການດາວນ໌ໂຫລດ​ຂໍ້​ມູນ​ຂອງ​ເຮົາມາ​ເກັບ​ໄວ້້ເທົ່ານັ້ນ. ຫລັງຈາກດາວນ໌ໂຫລດແລ້ວກໍ່ລໍຖ້າຈົນກວ່າຈະໄດ້ຮັບເມວຈາກທາງ Facebook.

ປລ.​ ຂອງບາງຄົນອາດຈະຍັງບໍ່ເຫັນຟີ​ເຈີລ໌ນີ້ ເພາະຕອນນີ້ Facebook ກຳລັງເລີ່ມປ່ຽນໄປເທຶ່ອລະຫນ້ອຍ.




ລອງອ່ານກ່ຽວກັບ  ຕົວຢ່າງ iPad 2 ຈາກຜູ້ຜະລິດ ອຸປະກອນເສີມໃນ iPad [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.