ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dropbox ບໍລິການຝາກແລະແຊຼໄຟລ໌ ໃຊ້ໄດ້ທຸກທີ່ທຸກເວລາ

FREE WARE

dropbox ​ເປັນ​ບໍລິການ​ພື້ນ​ທີ່ຝາກໄຟລ໌ຂະໜາດ 2GB ເທິງ​ອິນ​ເຕີລ໌​ເນັດ ຫາກຢາກໄດ້ເພີ່ມອີກ 250MB ໃຫ້ສະຫມັກຜ່ານລິ້ງນີ້ http://db.tt/QzeagNo ຫລືຫາກຢາກໄດ້ຫລາຍກວ່ານີ້ອີກກໍ່ຈ່າຍເງິນເພີ່ມອີກ. ການ​ໃຊ້​ງານ​ມັນ​ຂ່ອນຂ້າງ​ງ່າຍ ພຽງດາວນ໌ໂຫລດໂປຼແກຼມມາຕິດ​ຕັ້ງ​ສຳເລັດແລ້ວມັນກໍ່ຈະມີ folder ຂຶ້ນມາໃຫ້ຢູ່ Documents ແລ້ວຫລັງຈາກນັ້ນມັນ​ຈະໃຫ້​ເຮົາ​ສ້າງ folder ສຳລັບ dropbox ຂຶ້ນ​ມາ​ອັນ​ນຶງ​ໃນ​ເຄື່ອງ​ເຮົາ​. ເມຶ່ອໃດທີ່​ຕ້ອງ​ການ​ upload ຫຍັງ​ຂຶ້ນ​ໄປ​ເກັບ​ໃນ​ພື້ນ​ທີ່ຂອງເຮົາ​ກໍ່ພຽງແຕ່ລາກໄປວາງໃສ່ folder ທີ່​ເຮົາ​ສ້າງ​ໄວ້​ເທົ່າ​ນັ້ນ​.

ເຫັນແບບນິໃຜກໍ່ວ່າມັນທຳມະດາແມ່ນບໍ່. ແຕ່ມັນຍັງສາມາດເຮັດໄດ້ຫລາຍກວ່ານັ້ນ ເຊິງມັນຍັງສາມາດ Sync ໄຟລ໌ໄດ້ກັບຄອມຫລາຍໆຫນ່ວຍ ຫາກທ່ານເປັນຄົນເຮັດວຽກກັບຄອມພິວເຕີຫລາຍໆຫນ່ວຍ ຫລືຫລາຍໆ OS ເຊັ່ນ Linux, Windows, Mac ຮັບຮອງວ່າໂປຼແກຼມນີ້ອາດຊ່ວຍທ່ານໄດ້ຫລາຍ. ເພາະມັນສາມາດແຊໄຟລ໌ກັບຄອມເຄື່ອງອື່ນໆໄດ້ພຽງແຕ່ຕິດຕັ້ງໂປຼແກຼມ. ຕົວຢ່າງ. ຖ້າເຮົາດຶງໄຟລ໌ເຂົ້າ dropbox ຈາກຄອມຢູ່ບ້ານ ພໍເຮົາໄປເປີດໃນເຄື່ອງອື່ນມັນກໍ່ຈະຈັດການ Sync ເຂົ້າໄປໃນຄອມຫນ່ວຍນັ້ນທັນທີ່ ທີ່ລອກອິນເຂົ້າໄປ. ຫາກຄອມຫນ່ວຍນັ້ນບໍ່ມີໂປຼແກຼມຫລືບໍ່ຢາກຕິດຕັ້ງກໍ່ຍັງສາມາດຈັດການຜ່ານເວັບໄດ້ເຊັ່ນດຽວກັນ.

ຍັງບໍ່ຫມົດພຽງເທົ່ານີ້ ມັນຍັງສາມາດແບ່ງປັນໄຟລ໌ໃຫ້ກັບຄົນອື່ນໆໄດ້ແບບງ່າຍໆໂດຍການລາກໄຟລ໌ໄປໄວ້ໃນ folder Public  ເຊິງທຸກໄຟລ໌ທີ່ດຶງເຂົ້າໄປໄວ້ໃນ folder ນີ້ມັນກໍ່ຈະສ້າງ Direct Link ຂຶ້ນມາໃຫ້ເຮົາ ສາມາດນຳເອົາໄປໃຫ້ຫມູ່ຫລືຄົນອື່ນໆ ດາວນ໌ໂຫລດໄດ້ໂດຍກົງ

ຍັງມີອີກຫລາຍໆຟີເຈີ່ລເຊັ່ນ: share Folder, Online Backup ແລະອື່ນໆອີກ ທີ່ຍັງບໍ່ໄດ້ເວົ້າເຖິງລອງໃຊ້ເບິງ ແລ້ວກໍ່ມາເວົ້າຊູ່ກັນຟັງເບິ່ງເນາະສຶກສາຕໍ່ໄດ້ທີ່  http://www.dropbox.com/features

ສົນໃຈສາມາດສະຫມັກໄດ້ທີ່ http://www.dropbox.com ຫາກຢາກໄດ້ເພີ່ມອີກ 250MB ກໍ່ສະຫມັກຕາມລິ້ງນີ້ເລີຍ http://db.tt/QzeagNo ມີຫລາຍ Platform ໃຫ້ດາວນ໌ໂຫລດ ເຊັ່ນ: Windows, Linux, Mac, iPad, iPhone, BlackBerry ລວມໄປເຖິງ Android ດ້ວຍ.

ບໍລິການເສີມອີກຢ່າງຫນຶ່ງທີ່ຫນ້າສົນໃຈຂອງ Dropbox ຢາກແນະນຳໃຫ້ຫລັງຈາກຕິດຕັ້ງ ແລະໃຊ້ບໍລິການຕົວນີ້. ນັ້ນກໍ່ຄື dropitto ສະຫມັກກໍ່ງ່າຍໆພຽງເຂົ້າໄປທີ່ dropitto.me ແລ້ວກໍ່ສະຫມັກໃຊ້ ເຊິງມັນຈະເປັນບໍລິການເສີມຂອງ Dropbox. ຫລັງຈາກເຂົ້າໄປສະຫມັກແລ້ວມັນກໍ່ຈະເຊື່ອມຕໍ່ກັບ Dropbox ຂອງເຮົາ. ຫລັງຈາກນັ້ນກໍ່ຕັ້ງ User name ແລະ Password ເຂົ້າໄປ ແລະຍັງມີລະຫັດຂອງ folder ໃນເວລາຫມູ່ຂອງເຮົາຈະເຂົ້າມາອັບໂຫລດໄຟລ໌ໃຫ້ເທົ່ານີ້ກະເປັນອັນຈົບ.

ພໍເວລາຫມູ່ເຮົາຈະເຂົ້າມາອັບໂຫລດໄຟລ໌ໃຫ້ເຮົາກໍ່ພຽງແຕ່ ບອກ ລະຫັດອັບໂຫລດ ແລະລິ້ງຂອງເຮົາ ເຂົ້າໄປທີ່ http://dropitto.me/username  ຕົວຢ່າງຂອງເຮົາສະຫມັກໃສ່ Username: souliyo  ລະຫັດອັບໂຫລດ: december30  ກໍ່ຈະເປັນ http://dropitto.me/souliyo  ແລ້ວກໍ່ໃສ່ລະຫັດອັບໂຫລດລົງໄປ december30 ເທົ່ານີ້ກໍ່ສາມາດອັບໂຫລດໄຟລ໌ໃຫ້ເຮົາໄດ້ແລ້ວ.

ລອງອ່ານກ່ຽວກັບ  ຮວບຮວມໂປຼແກຼມຟຼີດີໆ ທີ່ຄວນມີໄວ້ໃນເຄື່ອງ ປະຈຳປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.