ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດຕ່າງໆ ຂອງ MacBook Air 11ນິ້ວ ແລະ 13ນິ້ວ

ຂ່າວໄອທີ

ໃນງານ Back to the Mac ທີ່ໄດ້ສະຫລຸບລົງໄປ ໃນບົດຄວາມທີ່ຜ່ານມານັ້ນ Apple ໄດ້ເປີດໂຕ MacBook Air ລຸ້ນໃຫມ່ ແລະມີສອງຂະຫນາດຄື: 11ນິ້ວ ແລະ 13ນິ້ວ. ເຊິງຈະມີຄວາມຫນາສຸດຢູ່ທີ່ 0.68ນິ້ວ ແລະບາງສຸດຢູ່ທີ່ 0.11ນິ້ວ ສ່ວນນ້ຳຫນັກນັ້ນ ຈະຫນັກພຽງແຕ່ 1.05 ກິໂລກຼາມ ເທົ່ານັ້ນ. ແລະຂ້າງລຸ່ມນີ້ ແມ່ນລາຍລະອຽດຂອງແຕ່ລະລຸ້ນ ວ່າສະເປັກເປັນແນວໃດ ລາຄາເທົ່າໃດ ມີຫຍັງພິເສດ ແລະເພີ່ມຫຍັງຂຶ້ນແນ່.

MacBook Air 11ນິ້ວ ມາພ້ອມກັບ CPU: 1.4GHz ເປັນ Intel Core 2 Duo ສາມາດອັບເກຼດໄດ້ 1.6GHz, ພື້ນທີ່ຈັດເກັບຂໍ້ມູນ (storage) ແມ່ນ ມີສອງຂະຫນາດຄື 64GB (ລ່າຄາ $999) ແລະ 128GB (ລາຄາ $1199) ເປັນ SSD, ໃຊ້ Ram: 2GB ເປັນ DDR3 ອັບໄດ້ 4GB, ໃຊ້ກາດຈໍ NVIDIA GeForce 320M, ແບັດເຕີລີ່ໃຊ້ງານຕໍ່ເນຶ່ອງໄດ້ເຖິງ 5ຊົ່ວໂມງ standby ໄດ້ດົນເຖິງ 30ມື້, ຕົວເຄື່ອງເປັນອາລູມີນຽມບໍ່ມີຮອຍຕໍ່ (aluminum unibody construction).

MacBook Air 13ນິ້ວ ມາພ້ອມກັບ CPU: 1.86GHz ເປັນ Intel Core 2 Duo ເຊັ່ນກັນ ສາມາດອັບໄດ້ສູງສຸດ 2.13GHz, ພື້ນທີ່ຈັດເກັບຂໍ້ມູນ (storage) ແມ່ນ ມີສອງຂະຫນາດ ແລະສອງລາຄາ ຄື: 128GB ລາຄາຢູ່ທີ່ $1,299 ສ່ວນ ລຸ້ນ 256GB ແມ່ນລາຄາ $1,599 ທັງສອງໃຊ້ SSD ຄືກັນ, ໃຊ້ Ram: 2GB ເປັນ DDR3 ອັບໄດ້ 4GB, ໃຊ້ຊິບກາດຈໍ NVIDIA GeForce 320M ອັນດຽວກັບລຸ້ນ 11ນິ້ວ, ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ເຖິງ 7 ຊົວໂມງ ແລະ standby ໄດ້ເຖິງ 30ມື້ນເຊັ່ນກັນ, ຕົວເຄື່ອງເປັນອາລູມີນຽມບໍ່ມີຮອຍຕໍ່ (aluminum unibody construction).

ແລະນອກຈາກນີ້ໃນ MacBook air ໂຕໃຫມ່ທັງສອງລຸ້ນທີ່ກ່າວມາຂ້າງເທິງນີ່ ແມ່ນຈະມີ USB 8GB ທີ່ມາພ້ອມກັບ Mac OS X ແລະ iLife 11 ອີກດ້ວຍ ສຳຫລັບເອົາໄວ້ຕິດຕັ້ງແທນແຜ່ນ DVD (ຖ້າຫາມາເປັນແຜ່ນ DVD ສາສະດາຖືກດ່າ ແນ່ນອນ 😀 )

ສະຫລຸບແລ້ວວ່າກໍ່ບໍ່ມີຫຍັງແຕກຕ່າງກັນຫລາຍ ເທົ່າທີ່ສັງເກດໄດ້ກໍ່ຈະມີສາມສີ່ຈຸດ ຄື: ພື່ນທີ່ຈັດເກັບຂໍ້ມູນ, CPU, ການໃຊ້ງານແບັດເຕີລີ່, ແລະກໍ່ຂະຫນາດຂອງຕົວເຄື່ອງ ສ່ວນລາຄານັ້ນກໍ່ບໍ່ແຕກຕ່າງກັນຫລາຍ ອັນນິຖ້າໃຜຈະຊື້ກໍ່ຕ້ອງຕັດສິນໃຈແລ້ວວ່າ ມັກຂະຫນາດສ່ຳໃດ ແຕ່ບອກໄດ້ເລີຍວ່າເປັນຕາໃຊ້ທັງສອງເລີຍ​ :D.

ລາຍລະອຽດ: Apple

ລອງອ່ານກ່ຽວກັບ  ກະຊວງຍຸດຕິທຳສະຫະລັດ ສອບສວນແອບເປີນຂໍ້ຫາຜູກຂາດອື່ນໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.