ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແຊັດກັບຫມູ່ໃນ Facebook ຜ່ານ Windows Live Messenger 2011

How To..., social media

ຫລັງຈາກ ທີ່ຂຽນໂພສກ່ອນຫນ້ານີ້ ທີ່ແນະນຳ ວິທີແຊັດກັບຫມູ່ໃນ Facebook ຜ່ານໂປຼແກຼມ Pidgin ຫລັງຈາກຂຽນໂພສແລ້ວກໍ່ໄດ້ຮູ້ວ່າມັນຍັງສາມາດແຊັດຜ່ານໂປຼແກຼມແຊັດທີ່ນິຍົມ ຢ່າງ Windows Live Messenger 2011 ອີກດ້ວຍ, ໂດຍມີຂັ້ນຕອນພຽງບໍ່ເທົ່າໃດຂັ້ນຕອນເທົ່ານັ້ນ ມາເບິງກັນວ່າເຮັດແນວໃດ.

1. ກ່ອນອື່ນຫາກຂອງໃຜຍັງເປັນເວີຊັ່ນເກົ່າຢູ່ ກໍ່ໃຫ້ໄປອັບເດດ ຫລື ດາວນ໌ໂຫລດໃຫມ່ ໂດຍເຂົ້າໄປທີ່ http://explore.live.com/windows-live-messenger ສຳຫລັບ ໃຜທີ່ໃຊ້ Windows XP ຢູ່ແມ່ນອົດງານນິ ເພາະ Windows Live Messenger 2011 ບໍ່ສະຫນັບສະຫນຸນ Windows XP 😀 ໂຫລດມາແລ້ວກໍ່ຕິດຕັ້ງໃຫ້ຮຽບຮ້ອຍ.

2. ຫາກໃຜມີ Windows Live Messenger 2011 ຢູ່ໃນເຄື່ອງແລ້ວກໍ່ມາເຮັດຂັ້ນຕອນນິໄປເລີຍຄື ເປີດໂປຼແກຼມ ແລະ sign in ເຂົ້າ Windows Live Messenger 2011 ຕາມຮູບທາງລຸ່ມນີ້

3. ຫລັງຈາກເຂົ້າລະບົບໄປແລ້ວ ກໍ່ຈະເຫັນມີຫນ້າຕ່າງທີ່ຈະສະແດງລາຍຊື່ບັນດາຫມູ່ໆຂອງເຮົາ ຫລັງຈາກນັ້ນໃຫ້ແນມເບິງ ທາງລຸ່ມສຸດຂອງໂປຼແກຼມ ກໍ່ຈະເຫັນ ບ່ອນທີ່ຂຽນວ່າ Add (ຕາມຮູບທາງລຸ່ມເລີຍຫາກວ່າຫາບໍ່ເຫັນ) ແລ້ວກໍ່ເລືອກເອົາ Facebook

4. ຫລັງຈາກນັ້ນກໍ່ຈະມີອີກຫນ້າຕ່າງຫນຶ່ງຂຶ້ນມາ (ຕາມຮູບທາງລຸ່ມນີ້) ກໍ່ກວດເຊັກເບິ່ງວ່າເຮົາສິເລືອກເອົາຫຍັງແນ່ ແຕ່ທີ່ສຳຢ່າລືມ ຕິກເອົາ ໂຕທຳອິດ ທີ່ຫມາຍໄວ້ ນັ້ນກະຄື Chat with my Facebook  friends in messenger ເຊິງຫມາຍໄວ້ໃນຮູບ ຫລືບໍ່ກໍ່ ຕິກເລືອກເອົາຫມົດເລີຍກໍ່ໄດ້ 😀 ແລ້ວກໍ່ຄິກໃສ່ປຸ່ມສີ ຟ້າ ທີ່ຂຽນໄວ້ວ່າ Connect with Facebook

5. ຫລັງຈາກນັ້ນກໍ່ຈະມີຫນ້າຕ່າງໃຫ້ Login ເຂົ້າ Facebook ເພຶ່ອເຊື່ອມຕໍ່ ລະຫວ່າງ Facebook ກັບ Windows Live messenger 2011 ເຮົາກໍ່ໃສ່ Email ແລະ ລະຫັດຜ່ານຂອງ Facebook ເຮົາລົງໄປ ແລ້ວກໍ່ ກົດທີ່ປຸ່ມ Login ທີ່ຢູ່ທາງລຸ່ມນັ້ນ (ຕາມຮູບ)

6. ຫລັງຈາກ Login ເຂົ້າໄປແລ້ວກໍ່ຈະມີຫນ້າຕ່າງຂຶ້ນມາແບບຮູບທາງລຸ່ມນີ້ ແມ່ນມັນກຳລັງໂຫລດ ກະລຸນາລໍຖ້າຈັກບຶດຫນຶ່ງ.

7. ຫລັງຈາກນັ້ນເມື່ອມັນໂຫລດແລ້ວຮຽບຮ້ອຍມັນກໍ່ຈະຂຶ້ນມາເປັນແບບຮູບທາງລຸ່ມນີ້ (ສະແດງວ່າສຳເລັດການພະລະກິດ) ກໍ່ກົດ Close ໄປເລີຍ.

8. ຫລັງຈາກແລ້ວຫມົດແລ້ວກໍ່ກັບໄປເບິງບ່ອນລາຍຊື່ ວ່າມີຫມວດທີ່ຊື່ວ່າ Facebook ເພີ່ມຂຶ້ນມາຫລືບໍ່ ຫາກຍັງບໍ່ເພີ່ມກໍ່ໃຫ້ Sign Out ແລ້ວ ເຂົ້າໃຫມ່ ກໍ່ຈະເຫັນປະກົດຂຶ້ນມາຕາມຮູບທາງລຸ່ມນີ້.

ສຸດທ້າຍນີ້ກະຂໍໃຫ້ມີຄວາມສຸກກັບການແຊັດ. ແຕ່ຢ່າຕິດຫລາຍເດີ່ ດຽວແຟນຮ້າຍຫົວ ອິອິ 😀 ຫາກໃຜເຮັດແລ້ວບໍ່ໄດ້ ກໍ່ຖາມມາໄດ້ທີ່ ບ່ອນສະແດງຄວາມເຫັນລຸ່ມນີ້.

ລອງອ່ານກ່ຽວກັບ  ສະຖິຕິຕ່າງໆຂອງ Facebook ໃນປີ 2010 ແບບລະອຽດ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to phet Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.