ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວິທີແຊັດກັບຫມູ່ໃນ Facebook ຜ່ານໂປຼແກຼມ Pidgin

How To..., social media

ຫລາຍຄົນອາດຈະມີ Facebook ແລະອາດຈະມີຫມູ່ໃນນັ້ນຫລາຍພໍສົມຄວນ ທັງຮູ້ຈັກ ແລະບໍ່ຮູ້ຈັກ ທີ່ແຊັດກັນໃນ Facebook ບາງຄັ້ງກໍ່ບໍ່ຢາກເຂົ້າໄປຫນ້າເວັບຂອງ Facebook ແຕ່ຢາກແຊັດກັບຫມູ່ໃນນັ້ນ ບາງເທຶ່ອຢາກແຊັດແກ້ເຫງົາກັບຄົນທີ່ບໍ່ຮູ້ຈັກແຕ່ບໍ່ຢາກບອກ Email ຂອງ MSN ໃຫ້ ມື້ນີ້ເຮົາມີທາງເລືອກອີກທາງເລືອກໃນການແຊັດ ກັບຫມູ່ໃນ Facebook ຂອງທ່ານ ນັ້ນກໍ່ຄືແຊັດຜ່ານໂປຼແກຼມ Pidgin ໂດຍມີວິທີດັ່ງຂ້າງລຸ່ມນີ້:

1. ກ່ອນອື່ນເຂົ້າໄປດາວນ໌ໂຫລດໂປຼແກຼມ Pidgin ມາກ່ອນເຂົ້າໄປທີ່ http://www.pidgin.im ແລ້ວກໍ່ຄິກທີ່ປຸ່ມ Download Pidgin

facebook-chat-by-pidgin-1

2. ຫລັງຈາກດາວນ໌ໂຫລດແລ້ວກໍ່ຕິດຕັ້ງທັນທີເລີຍ ໂດຍ Next ໄປຈົນຈົບການຕິດຕັ້ງ.

facebook-chat-by-pidgin-2

3. ເຂົ້າໄປເອົາຂໍ້ມູນສຳຫລັບການລັອກອິນໃນ Pidgin  ພຽງເຂົ້າໄປທີ່ http://www.facebook.com/sitetour/chat.php ຫລັງຈາກນັ້ນກໍ່ຈະເຈີຫນ້າຕາເວັບແບບທາງລຸ່ມນີ້ (ຕ້ອງລັອກອິນເຂົ້າ Facebook ກ່ອນ) ຫລັງຈາກນັ້ນຄິກໃສ່ Pidgin ຕາມເຄື່ອງຫມາຍໃນຮູບ

facebook-chat-by-pidgin-5

3.1 ພໍຄິກເຂົ້າໄປແລ້ວຈະມີຫນ້າປ໊ອບອັບຂຶ້ນມາສະແດງຂໍ້ມູນທີ່ເຮົາຈະນຳໄປໃຊ້ງານໃນ ຂໍ້ຕໍ່ໄປ ຕົວຢ່າງຕາມຮູບທາງລຸ່ມ. ຫລັງຈາກໄດ້ມາກໍ່ມາຕື່ມໃສ່ຕາມຕາມຂໍ້ 4 ເລີຍເນາະ (ຕື່ມຕາມຂໍ້ມູນຂອງທ່ານທີ່ໄດ້ມາ)

facebook-chat-by-pidgin-4

4. ຫລັງຈາກເປີດໂປຼແກຼມຂຶ້ນມາກໍ່ຈະມີ ຫນ້າຕ່າງຫນຶ່ງຂຶ້ນມາຖາມໃຫ້ເພີ່ມບັນຊີຜູ້ໃຊ້ ຕາມຮູບທາງລຸ່ມນີ້ ເຮົາກໍ່ຄິກໄປທີ່ Add

facebook-chat-by-pidgin-3

4. ຫລັງຈາກໄດ້ຂໍ້ມູນມາແລ້ວ ກໍ່ເຂົ້າໄປເປີດໂປຼແກຼມ ແລ້ວກໍ່ຈະມີຫນ້າຕ່າງໃຫ້ຕື່ມຂໍ່ມູນ (ຂໍ້ມູນທີ່ໄດ້ມາຈາກ ຂໍ້ 3 ແລະ 3.1) ເຊິງໃນຮູບທາງລຸ່ມນີ້ແມ່ນເຮົາຕື່ມຮູບຮ້ອຍແລ້ວ ໂດຍມີລາຍລະອຽດດັ່ງນີ້:

Protocol: ໃຫ້ເລືອກເອົາ XMPP(ນອກຈາກນີ້ຍັງເພີ່ມໄດ້ຫລາຍອີເມວອີກດ້ວຍ)

Username: souliyo (ຍ້ອນຂໍ້ມູນທີ່ໃຫ້ມາເປັນແນວນີ້)

Domain: chat.facebook.com

Resource: Pidgin

Password: <ລະຫັດ Facebook>

Local alias: Souliyo Vongdala

facebook-chat-by-pidgin-6

4.1 ຫລັງຈາກຕື່ມແລ້ວກໍ່ຄິກໄປແທັບ Advanced ເພຶ່ອຕື່ມຂໍ້ມູນອີກເຫລັກຫນ້ອຍ ຫລັງຈາກເຂົ້າໄປກໍ່ຕື່ມຕາມຮູບເລີຍ

facebook-chat-by-pidgin-7

5. ຫລັງຈາກໃສ່ແລ້ວຫມົດແລ້ວກໍ່ຄິກ Save ກໍ່ຖ້າໃຫ້ໂປຼແກຼມມັນລັອກອິນເຂົ້າ ບັນຊີຂອງເຮົາ ເມຶ່ອເຂົ້າໄດ້ແລ້ວກໍ່ ຈະເຫັນລາຍຊື່ຫມູ່ຂຶ້ນມາໃຫ້ເຫັນ ຫລັງຈາກນັ້ນເຮົາກໍ່ເລືອກເລີຍວ່າຈະແຊັດກັບກິກຄົນໄດ້ ອິອິ ຫລື ຫມູ່ຄົນໃດ

facebook-chat-by-pidgin-8

ຕອນທີ່ເຮົາທົດລອງແມ່ນທົດລອງກັບ ອ້າຍປະພັນ ຫລື @paphanh ແລະຕ້ອງຂອບໃຈເພີ່ນທີ່ຮ່ວມທົດລອງນຳ

facebook-chat-by-pidgin-9

ອັບເດດ: ຫລັງຈາກຂຽນບົດຄວາມນິແລ້ວກໍ່ຮູ້ວ່າມັນສາມາດແຊັດກັບໂປຼແກຼມ Windows Live Messenger ໄດ້. ເພາະແຕ່ກ່ອນມີແຕ່ເຊື່ອມຕໍ່ແຕ່ບໍ່ໄດ້ເລືອກເອົາ ແຊັດ ກະເລີຍລືມໄປວ່າມັນເຮັດໄດ້ ເອົາໄວ້ມື້ນຫນ້າສິມາຂຽນຕໍ່ ກ່ຽວກັບວິທີແຊັດກັບຫມູ່ ໃນ Facebook ຜ່ານ Windows Live Messenger

ລອງອ່ານກ່ຽວກັບ  Facebook ປ່ຽນການສະແດງຜົນ ຮູບ ແບບໃຫມ່, Comment ຢູ້ເບື້ອງຂວາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.