ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລຳໂພງ ດີໄຊນ໌ຍ້ອນຍຸກ ແບບພົກພາ ສຳຫລັບ iPhone 4

Gadget

ດົນແລ້ວທີ່ເຮົາບໍ່ໄດ້ອັບເດດກ່ຽວກັບແກັດເຈັດ ທີ່ຫນ້າສົນໃຈ ແຕ່ນັ້ນບໍ່ໄດ້ຫມາຍຄວາມວ່າບໍ່ມີ່ ທີ່ຈິງມັນກໍ່ມີຫລາຍເນາະ ພຽງແຕ່ບໍ່ມີເວລາອັບເດດມັນເທົ່ານັ້ນເອງ 😀 ມາມື້ນີ້ກໍ່ເລີຍ ມາກັບມາພ້ອມກັບແກັດເຈັດ ທີ່ເອົາໃຈຄົນໃຊ້ iPhone 4 ເຊິງແກັດເຈັດໂຕນີ້ຊື່ວ່າ BONE Collection Horn Stand ຈະເປັນແນວໃດໄປເບິງກັນ

BONE Collection Horn Stand ເປັນຕົວຂະຫຍາຍສຽງໃຫ້ລຳ​ໂພງ​​ສຳລັບ iPhone 4  ທີ່​ມີ​ດີ​ໄຊນ໌​ໂດດ​ເດັ່ນສະ​ໄຕລ໌​ຍ້ອນ​ຍຸກ​ ໂດຍ​ສ່ວນ​ປະກອບ​ທັງ​ໂຕ​ເຮັດ​ຈາກ​ ຊິ​ລິ​ໂຄນ ເພາະ​ສະ​ນັ້ນ​ຜູ້​ໃຊ້​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ການ​ເກີດ​ຮອຍ​ຂີດ​ ຫລື ຫວ້າຍເທິງ​ທັງ​ດ້ານ​ໜ້າ ແລະ​ດ້ານ​ຫລັງ ເວລາ​ທີ່​ຕ້ອງ​ສຽບ iPhone 4 ເຂົ້າໄປ ນອກ​ຈາກ​ນີ້​ໃນ​ຂະນະ​ໃຊ້​ງານ ທ່ານ​ຍັງ​ສາມາດ​ຊາກ​ແບັດ​ເຕີ​ລີ່​ໃຫ້​ກັບ iPhone ໄດ້​ໂດຍ​ບໍ່​ຕ້ອງ​ຖອດ​ມັນ​ອອກ​ໄປ​ກ່ອນ​ອີກ​ດ້ວຍ.BONE Collection Horn Stand ຊຸດ​ລຳ​ໂພງ​ພົກ​ພາ​​ທີ່​ສາມາດ​ຂະຫຍາຍ​ສຽງ​ຈາກ iPhone 4 ດ້ວຍ​ດີ​ໄຊນ໌​​ປາຍ​ເປີດ​ກວ້າງ​ເຮັດໃຫ້​ສຽງ​ທີ່​ຜ່ານ​ຮ່ອງ​ສຽງ​ຈາກ​ດ້ານ​ໃນ​ອອກ​ມາ ດັ່ງ​ຂຶ້ນ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ແບດ​ເຕີ​ລີ່​ແຕ່​ຢ່າງ​ໃດ ອີກ​ທັງ​ຍັງ​ດີ​ໄຊນ໌​ໃຫ້​ສາມາດ​ວາງ​ໄດ້​ທັງ​ໃນ​ແນວ​ຕັ້ງ ​ແລະແນວ​ນອນ BONE Collection Horn Stand ຍັງສາມາດ ໃຊ້​ໄດ້​ກັບ iPhone 4 ລວມ​ເຖິງ iPhone 3G/3GS ໄດ້​ດ້ວຍ ສຳລັບ​ຊຸດ​ລຳ​ໂພງ​ມີໃຫ້​ເລືອກ 3 ສີ​​ຄື: ດຳ, ຂຽວ ແລະ ​ນ້ຳ​ຕານ​ອ່ອນ ສ່ວນລາ​ຄາ​ຢູ່​ທີ່ 24.99ຫລຽນຯ ເທົ່ານັ້ນ ໃຜສົນໃຈກໍ່ສາມາດເຂົ້າໄປເບິງໄດ້ທີ່ http://www.cyberguys.com/product-details/?productid=48639#page=page-1

ປລ: ທີ່ຈິງແລ້ວທາງໃນນັ້ນບໍ່ໄດ້ມີຫຍັງເລີຍ ເປັນພຽງຢາງຊິລິໂຄນ ທີ່ອອກແບບໃຫ້ສາມາດຂະຫຍາຍສຽງຂອງ iPhone 4 ໃຫ້ ດັງຂຶ້ນເທົ່ານັ້ນ.

Credit: arip

ລອງອ່ານກ່ຽວກັບ  Laptop Lilo ໂຕຮອງໂນດບຸ໊ກເປົ່າລົມ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.