ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ໂຊເຄື່ອງມືແປງ Flash ໃຫ້ກາຍເປັນ HTML 5

ຂ່າວໄອທີ

ລາຍງານຂ່າວລ່າສຸດ ໃນງານ Adobe Max conference ທີ່ຜ່ານມາ Adobe ກໍ່ໄດ້ມີການໂຊເຄື່ອງມືທີ່ແປງ ຮູບເຄື່ອນໄຫວທີ່ເປັນ Flash ໃຫ້ກາຍເປັນ HTML5 ໄດ້ ເຊິງເຄື່ອງມືດັ່ງກ່າວຍັງຢູ່ໃນລະຫວ່າງການພັດທະນາ ແຕ່ສັງເກດໃນວິດີໂອ ທ້າຍບົດຄວາມນີ້ແລ້ວຖືວ່າສຳເລັດໄປຫລາຍແລ້ວ ເຊິງຄວາມສາມາດທີ່ Adobe ໄດ້ໂຊນັ້ນມັນເຮັດໃຫ້ ຫລາຍຄົນໃນງານ ຕະລຶງ ໃນຄວາມສາມາດຂອງມັນ, ຄວາມສາມາດເດັ່ນໆຂອງມັນກະຄືຄວາມໄວໃນປ່ຽນ Flash ໃຫ້ເປັນ HTML5.

ນອກຈາກນີ້ Adobe ຍັງຕຽມພ້ອມປັກອິນໄວ້ສຳຫລັບ Illustrator CS5 ແລະ Dreamweaver CS5 ແລະຍັງມີເຄື່ອງມີ Export  ໃນ Illustrator CS5 ສຳຫລັບ HTML5 ແລະ JavaScript. ເຄື່ອງ​ມື​ແປງ Flash ໃຫ້ເປັນ HTML5 ຍັງສາມາດ​ນຳ​ໂຄ໊ດທີ່ແປງມາໄປ​ໃສ່ໃນ​ໜ້າ​ເວັບ​ຕ່າງໆ ເພື່ອສະແດງ. ທີ່ເຮົາມັກທີ່ສຸດກະຄືໂຄ໊ດ HTML5 ທີ່​ໄດ້ມາຈາກການແປງ​ນັ້ນ​ຈະ​ຍັງ​ຄົງ​ສະພາບການເຮັດວຽກ​ຂອງ Flash ໄວ້ ຈົນແຍກບໍ່ອອກ. ຈັງໃດກໍ່ລອງເບິ່ງວິດີໂອ ສາທິດທາງລຸ່ມນີ້ໄດ້.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Youtube ມີສະຖິຕິ ຜູ້ໃຊ້ອັບໂຫລດ ວິດີໂອ ເຖິງ 35ຊົ່ວໂມງ ຕໍ່ນາທີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.