ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສະຫລຸບໂດຍລວມຂອງງານ Apple’s fall 2010 event

ຂ່າວໄອທີ

ຫລັງຈາກການຖ່າຍທອດສົດງານ Apple’s fall 2010 event ທີ່ Apple ຈັດຂຶ້ນເພຶ່ອເປີດໂຕ iPod ຫລາຍໆລຸ້ນ ງານນີ້ຈັດຂຶ້ນຢູ່ທີ່ Yerba Buana Center for the Arts ໃນ California ຫລັງຈາກຊົມແລ້ວກໍ່ມາສະຫລຸບໄດ້ດັ່ງລຸ່ມນີ້(ອາດຈະບໍລະອຽດປານໃດ) :

ງານເລີ່ມຂຶ້ນເວລາ 10:00 ຂອງເວລາ Pacific ຫລືປະມານກາງຄືນມື້ໃຫມ່ຂອງປະເທດລາວນັ້ນເອງ, ໃນງານຄັ້ງນີ້ Steve Jobs ກໍ່ໄດ້ເປິດໂຕຫລາຍພະລິດຕະພັນແລະອັບເດດກ່ຽວກັບ ຮ້ານຄ້າຂອງ Apple  ແລະອື່ໆເຊັ່ນ:

ຮ້ານ Apple Retail Store ເປີດໃຫມ່, ສະຫລຸບຕອນນີ້ກໍ່ຄື Apple ມີຮ້ານ Retail Store ທັງຫມົດ 10 ປະເທດ, ມີລູກຄ້າເຂົ້າມື້ນລະ 1ລ້ານຄົນ, 50% ແມ່ນມາເພຶ່ອຊື້ MAC ໃຫມ່

ຕໍ່ມາກໍເວົ້າກ່ຽວກັບການອັບເດດ iOS ເຊັ່ນການ Fixed bugs ແລະປັບປຸງເພີ່ມລູກຫລິ້ນໃຫມ່ເຊັ່ນ: Sensor, Bluetooth, ບັນຫາ iOS ໃນ iPhone 3G, ເພີ່ມຄວາມສາມາດຖ່າຍຮູບແບບ HDR , Upload ວິດີໂອ HD ໂດຍຜ່ານ Wifi , ລະບົບເຊົ່າຫນັງແລະເກມ ເຊັນເຕີ. ເຊິງ Steve Jobs ລາຍງານວ່າຕອນນີ້ມີ ອຸປະກອນຈຳນວນ 120ລ້ານ ທີ່ໃຊ້ iOS ແລະມີການ Activate ໃຫມ່ທຸກມື້ ມື້ລະ 230,000 ອຸປະກອນ. ແລະຍັງບອກອີກວ່າ Apps ທັງຫມົດຕອນນີ້ມີ 250,000 Appsແລ້ວ ແລະ iPad App ຕອນນີ້ກໍ່ມີຢູ່ 25,000 Apps ດ້ວຍເຊັ່ນກັນ, ຍອດດາວໂຫລດຄິດເປັນວິນາທີລະ 200 Apps. ແລະ iOS 4.2 ຈະປ່ອຍໃຫ້ດາວໂຫລດ ພະຈິກນີ້ (ອັນໃດມັນຈະຂະຫນາດນັ້ນ)

ຜະລິດຕະພັນທີ່ເປີດໂຕໃນງານນີ້ກໍ່ມີ iPod Shuffle, iPod Nano, iPod Touch, Apple TV.

iPod Shuffle ມີປຸ່ມຂະຫນາດໃຫຍ່ຂຶ້ນມາກວ່າລຸ້ນກ່ອນຫນ້ານີ້ ມີລາຄາ 49$ ຄວາມຈຸ 2GB (ລາຍລະອຽດຈະມາຂຽນແຍກຂ່າວຕ່າງຫາກ)

iPod Nano ເປັນລຸ້ນທີ່ 5ແລ້ວ ລຸ້ນນີ້ຈະມີຂະຫນາດນ້ອຍລົງ ມີຫນ້າຈໍສຳພັດບໍ່ມີປຸ່ມຄືກັບລຸ້ນກ່ອນຫນ້ານີ້ (ລາຍລະອຽດຈະມາຂຽນແຍກຂ່າວຕ່າງຫາກ)

ຕໍ່ມາກໍ່ແມ່ນ iPod Touch ລຸ້ນນີ້ຈະມີຂະຫນາດບາງກວ່າລຸ້ນກ່ອນຫນ້ານີ້ ແລະຈະມາພ້ອມກັບ ກ້ອງສອງຕົວຫນ້າຫລັງເອົາໄວ້ເຮັດ Face time ແລະຖ່າຍວິດີໂອແບບ HD, ຫນ້າຈໍ Retina Display ແບບດຽວກັບ iPhone 4, CPU ແມ່ນ Apple A4, ມີ Gyro ສາມມິຕິ, ມາພ້ອມກັລ iOS 4.1 . ສ່ວນລາຄາແມ່ນ: 8GB/229$, 32GB/299$, 64GB/399$. (ລາຍລະອຽດຈະມາຂຽນແຍກຂ່າວຕ່າງຫາກ)

ຜະລິດຕະພັນອັນສຸດທ້າຍກໍ່ຄື Apple TV ເຊິ່ມຈະມີຂະຫນາດນ້ອຍເທົ່າຟາມື, ເປັນສີດຳ ມີ HDMI , Ethernet, Wifi ແລະໃຊ້ apple remote ໃນການຄວບຄຸມ. ສ່ວນລາຄາແມ່ນ 99$ ເທົ່ານັ້ນ (ລາຍລະອຽດຈະມາຂຽນແຍກຂ່າວຕ່າງຫາກ)

ເລື່ອງຊອຟ໌ແວ ກໍ່ມີການອັບເດດເຊັ່ນກັນນັ້ນກໍ່ຄື iTunes 10 ທີ່ມາພ້ອມກັບບໍລິການທີ່ຊື່ວ່າ Ping ເຊິງຈະມີລັກສະນະຄ້າຍຄືກັບ Social Networking ໃນ iTunes ນັ້ນເອງ. ຕອນນີ້ເປີດໃຫ້ດາວນ໌ໂຫລດແລ້ວ (ລາຍລະອຽດຈະມາຂຽນແຍກຂ່າວຕ່າງຫາກ)

 

ແລະທາງເທິງນີ້ກໍ່ແມ່ນການສະຫລຸບໂດຍຫຍໍ້ຈາກງານດັ່ງກ່າວ ລາຍລະອຽດຂອງຜະລິດຕະພັນແຕ່ລະຕົວເຮົາຈະຂຽນແຍກເປັນຂ່າວຕາງຫາກ

ຮູບພາບປະກອບຈາກ engadget

ລອງອ່ານກ່ຽວກັບ  Apple ປ່ອຍ iOS 5 beta 2 ໃຫ້ກັບນັກພັດທະນາທົດສອບແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.